ເລື້ອງຄວາມເປັນຈິງກ່ຽວກັບຄວາມຂັດແຍ້ງກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມລິກາ
ແລະຫລັກຫມັ້ນຂອງຈີນ
ໄດ້ວິເຄາະທາດແທ້ຂອງການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມລິກາທີ່ຕ່າງ
ຝ່າຍຕ່າງໄດ້ຮັບຜົນປະໂຫຍດ,
ໃຫ້ຄວາມກະຈ່າງແຈ້ງຕໍ່ການກ່າວຫາຈີນທີ່ບໍ່ຖືກກັບເລື້ອງຈິງຂອງອາເມລິກາໃນບົດລາຍ
ງານສຳຫລວດ 301
ແລະໄດ້ບັນຍາຍນະໂຍບາຍແລະຫລັກຫມັ້ນຂອງຈີນຕໍ່ຄວາມຂັດແຍ້ງກັນດ້ານເສດຖະກິດການຄ້າ
ລະຫວ່າງສອງຝ່າຍ.
ປື້ມປົກຂາວສະບັບນີ້ມີທັງຫມົດ 36 ພັນໂຕຫນງສືຈີນ, ໄດ້ນຳເອົາຂໍ້ມູນຕົວເລກ,
ຕົວຢ່າງ, ຕາຕະລາງເປັນຈຳນວນ ຫລວງຫລາຍ ເຊິ່ງໃນນັ້ນ
ສ່ວນຫລາຍແມ່ນມາຈາກພາກສາວນລັດຖະບານ ບໍລິສັດຂ້າມຊາດ ບົດຄົ້ນຄວ້າຂອງອົງ
ການຄົ້ນຄວ້າແລະວິຊາການທີ່ມີຊື່ສຽງໃນທົ່ວໂລກ ຖືວ່າມີຫລັກຖານຢ່າງພຽງພໍທີ່ສຸດ.
ຈາກປື້ມປົກຂາວສະບັບນີ້
ຈະເຮັດໃຫ້ຄົນທັງຫລາຍໄດ້ເຫັນຄວາມໃຫ້ສຳຄັນຂອງຈີນທີ່ມີຕໍ່ຄວາມຂັດແຍ້ງດ້ານເສດຖະກິດການຄ້າແລະທ່າທີຂອງຈີນທີ່ເຮັດແທ້ທຳຈິງ,
ກໍ່ຄືຄວາມພະຍາຍາມຢ່າງບໍ່ລົດລະຂອງຈີນເພື່ອປົກປັກຮັກສາຜົນປະໂຫຍດຮ່ວມກັນລະຫວ່າງ
ຈີນ-ອາເມລິກາ ແລະລະບຽບການຄ້າທົ່ວໂລກ.
ປື້ມປົກຂາວສະບັບນີ້ປະກອບດ້ວຍຄຳນຳ ແລະເນື້ອໃນທາງການ 6 ພາກສ່ວນ ອັນໄດ້ບັນຍາຍຂໍ້ມູນສາມດ້ານຄືດັ່ງນີ້:
ກ່ອນອື່ນ
ໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ເລື້ອງຄວາມເປັນຈິງຂອງການພົວພັນດ້ານເສດຖະກິດການຄ້າຈີນ-ອາມເລິກາ,
ວິເຄາະການກະທຳຂອງອາເມລິກາທີ່ເປັນລັດທິປົກປ້ອງການກຄ້າແລະລັດທິເຈົ້າອຳນາດກໍ່ຄືຜົນຮ້າຍທີ່ຈະເກີດຂຶ້ນ.
ອາເມລິກາກໍ່ການຂັດແຍ້ງກັບຈີນດ້ານການຄ້າ, ຂໍ້ອ້າງທີ່ສຳຄັນອັນໜຶ່ງກໍ່ຄື
ໃນການຮ່ວມມືດ້ານການເສດຖະກິດການ ຄ້າລະຫວ່າງຈີນ-ອາເມລິກາ, ຈີນໄດ້ປຽບ
ແຕ່ອາເມລິກາເສຍປຽບ, ສະນັ້ນຕ້ອງການຄວາມຍຸດຕິທຳໃນການຄ້າ
ແລະເປີດປະຕູເຊິ່ງກັນແລະກັນຢ່າງສະເໝີພາບກັນ.
ເຊິ່ງຂໍ້ອ້າງນີ້ແມ່ນງ່າຍທີ່ຈະເຮັດໃຫ້ຄົນອື່ນເຂົ້າໃຈຜິດ, ສະນັ້ນ
ປື້ມປົກຂາວນັ່ງກ່າວໄດ້ເລີ່ມຈາກການຄ້າສິນຄ້າລະຫວ່າງຈີນ-ອາເມລິກາ,
ການຄ້າການບໍລິການ, ການລົງທຶນ ແລະ ດ້ານອື່ນໆມາຢືນຢັນວ່າ
ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອມເລິກາແມ່ນການພົວພັນທີ່ໄດ້ຜົນ
ປະໂຫຍດທັງສອງຝ່າຍ,
ຫາກບໍ່ແມ່ນການແຂ່ງຂັນທີ່ຝ່າຍໜຶ່ງໄດ້ປຽບໂດຍເຮັດໃຫ້ອີກຝ່າຍໜຶ່ງເສຍປຽບ,
ສະນັ້ນຄຳວ່າ ອາເມລິກາເສຍປຽບແມ່ນບໍ່ມີຫຼັກອ້າງອີງ. ພ້ອມກັນນັ້ນ,
ປື້ມປົກຂາວໄດ້ໃຫ້ຄວາມກະຈ່າງແຈ້ງ ແລະຕອບໂຕ້ຢ່າງ
ມີຫລັກຖານກ່ຽວກັບການກ່າວຫາຕໍ່ຈີນຂອງອາເມລິກາໃນບົດລາຍງານສຳຫຼວດ 301
ກ່ຽວກັບຫົວຂໍ້ວ່າ: ການຄ້າສອງ ຝ່າຍບໍ່ສະເໝີກັນ, ການູຄ້າບໍ່ຍຸດຕິທຳ,
ການໂອນເຕັກນິກແບບບັງຄັບ, ການລັກເອົາສິດຊັບສິນທາງປັນຍາ, ລັດຖະບານ
ສົ່ງເສີມວິສາຫະກິດໄປລົງທຶນຢູ່ຕ່າງປະເທດເພື່ອຮັບເອົາເຕັກນິກກ້າວໜ້າ,
ນະໂຍບາຍເກື້ອກູນແລະການກ້າວຫາທີ່ບໍ່ ຖືກກັບຄວາມຈິງອື່ນໆ.
ປື້ມປົກຂາວສະບັບນີ້ຊີ້ອອກວ່າ,
ຫຼັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຂອງອົງການການຄ້າໂລກໄດ້ພິຈາລະຂາເຖິງ
ຄວາມແຕກໂຕນກັນຂອງການພັດທະນາຂອງປະເທດຕ່າງໆ ຖືເປັນຄວາມຍຸດຕິທຳສາກົນທີ່ແທ້ຈິງ.
ແຕ່ຄຳວ່າ ການຄ້າ
ຍຸດຕິທຳແລະການເປີດປະຕູຢ່າງສະເໝີພາບກັນທີ່ອາເມລິກາຍຶດຖືນັ້ນໄດ້ປະຕິເສດຄວາມແຕກໂຕນກັນຂອງການພັດທະນາທີ່ຕ່າງກັນ,
ຊັບພະຍາກອນທີ່ຕ່າງກັນແລະທ່າແຮງທີ່ຕ່າງກັນຂອງປະເທດຕ່າງ,
ໄດ້ປະໝາດສິດການພັດທະນາ ຂອງບັນດາປະເທດທີ່ພວມພັດທອະ,
ຍ່ອມຈະເຮັດໃຫ້ບັນດາປະເທດທີ່ພວມພັດທະນາຖືກກະທົບດ້ານເສດ ຖະກິດແລະອຸດສາຫະກຳ,
ເຮັດໃຫ້ກາຍເປັນຄວາມບໍ່ຍຸດຕິທຳທີ່ໜັກໜ່ວງ.
ອັນທີສອງ, ປື້ມປົກຂາວໄດ້ບັນຍາຍຫຼັກໝັ້ນຂອງຈີນກ່ຽວກັບບັນຫາເສດຖະກິດການຄ້າລະຫວ່າງຈີນ-ອາເມລິກາ ກໍ່ຄື ຄວາມເຫັນກ່ຽວກັບການພົວພັນສາກົນ.
ໃນໄລຍະເຄິ່ງປີທີ່ອາເມລິກາກໍ່ຄວາມຂັດແຍ້ງກັນດ້ານການຄ້າກັບຈີນ,
ຫຼັກໝັ້ນຂອງຈີນແມ່ນຈະແຈ້ງ, ໜັກແໜ້ນຕະ ຫຼອດມາ
ເຊິ່ງປື້ມປົກຂາວໄດ້ບັນຍາຍຢ່າງຮອບດ້ານຈາກ 8 ດ້ານ ຄື:
ຈີນຍ້ດໝັ້ນປົກປັກຮັກສາກຽດສັກສີແຫ່ງຊາດ ແລະຜົນປະໂຫຍດໃຈກາງຂອງຕົນເອງ,
ຍຶດໝັ້ນຊຸກຍູ້ການພົວພັນເສດຖະກິດການຄ້າຈີນ-ອາມເລິກາຂະຫຍາຍຕົວ ຢ່າງປອດໃສ,
ຍຶດໝັ້ນປົກປັກຮັກສາແລະຊຸກຍກູ້ການປະຕິຮູບແລະປັບປຸງລະບຽບການຄ້າຫຼາຍຝ່າຍໃຫ້ສົມບູນຂຶ້ນ,
ຍຶດໝັ້ນປົກປ້ອງລິຂະສິດແລະສິດຊັບສິນທາງປັນຍາ,
ຍຶດໝັ້ນປົກປ້ອງສິດທິຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງ
ນັກທຸລະກິດຕ່າງປະເທດທີ່ເຮັດທຸລະກິດຢູ່ຈີນ,
ຍຶດໝັ້ນລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກ, ຍຶດໝັ້ນ
ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດບັນດາປະເທດທີ່ໄດ້ພັດທະນາແລ້ວ
ແລະພວມພັດທະນາ, ຍຶ້ດໝັ້ນຊຸກຍູ້ການສ້າງເປັນຄູ່ຮ່ວມຊາຕາກຳຂອງທົ່ວມວນມະນຸດ.
ສະນັ້ນອາດເຫັນໄດ້ວ່າ, ນະໂຍບາຍແລະຫຼັກ ໝັ້ນທີ່ໜັກແໜ້ນຂອງຈີນໃນ 8
ດ້ານດັ່ງກ່າວ, ບໍ່ພຽງແຕ່ສຸມໃສ່ບັນຫາເສດຖະກິດການຄ້າຈີນ-ອາເມລິກາ, ແລະກໍ່ໄດ້
ພິຈາລະນາເຖິງການເຮັດໃຫ້ການພົວພັນສາກົນພັດທະນາຢ່າງປອດໃສ,
ທັງໄດ້ສະແດງໃຫ້ເຫັນເຖິງພັນທະແລະການ ຮັບຜິດຊອບດ້ານສິນທຳຂອງຈີນ.
ອັນທີສາມ, ໄດ້ສະເໜີກ່ຽວກັບທິດທາງການແກ້ໄຂບັນຫາຄວາມຂັດແຍ້ງກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມລາຢ່າງສຳມເຫດສົມຜົນກອອກມາ.
ປື້ມປົກຂາວເຫັນວ່າ,
ຈີນແລະອາເມລິກມີຂັ້ນຕອນການພັດທະນາເສດຖະກິດແລະລະບຽບການເສດຖະກິດທີ່ຕ່າງກັນ,
ສະນັ້ນການເກີດຄວາມຂັດແຍ້ງກັນແມ່ນເລື່ອງປົກກະຕິ,
ສຳຄັນແມ່ນເຮັດແນວໃດຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈກັນ, ຊຸກຍູ້ການຮ່ວມມືກັນ,
ແລະຄຸ້ມຄອງຄວາມຂັດແຍ້ງກັນ.
ປັດຈຸບັນ, ລັດຖະບານອາເມລິກາໄດ້ຍົກລະດັບສົງຄາມການຄ້າໃຫ້ສູງຂຶ້ນແຕ່ຝ່າຍດຽວ
ເຮັດໃຫ້ສອງຝ່າຍຈະຖືກ ກະທົບຢ່າງໜັກຈາກການເພີ່ມພາສີແກ່ກັນ,
ແລະກໍ່ຈະເຮັດໃຫ້ຕ່ອງໂສ້ການຜະລິດ ແລະການຝື້ນຟູເສດຖກິດຂອງທົ່ວ
ໂລກປະສົບກັບແຮງກົດດັນຢ່າງສູງ. ປື້ມປົກຂາວຊີ້ອອກວ່າ,
ການພົວພັນເສດຖະກິດການຄ້າລະຫວ່າງຈີນ-ອາເມລິກາ
ກ່ຽວພັນເຖິງຄວາມໝັ້ນຄົງແລະສະຖຽນລະພາບຂອງເສດຖະກິດທົ່ວໂລກ,
ກ່ຽວພັນເຖິງສັນຕິພາບແລະການ ພັດທະນາຂອງທົ່ວໂລກ, ຄວນແກ້ໄຂໃຫ້ຕົກຢ່າງເໝາະສົມ.
ຈີນຍິນດີຮ່ວມກັບອາເມລິກາ, ຕັ້ງໜ້າສ້າງລະບຽບ
ການໃໝ່ດ້ານເສດຖະກິດການຄ້າຈີນ-ອາມເລິກາທີ່ກ້ຳເກິ່ງກັນ,
ມີຄວາມໂອບອ້ອມອາລີແກ່ກັນແລະໄດ້ຮັບຜົນປະ ໂຫຍດຮ່ວມກັນ. ພ້ອມກັນນັ້ນ
ປື້ມປົກຂາວກ່າວເນັ້ນວ່າ ຈີນເປີດປະຕູການເຈລະຈາມາໂດຍຕະຫຼອດ, ແຕ່ການເຈລະຈາ
ຕ້ອງດຳເນີນໄປພາຍໃຕ້ກາງເຄົາລົບເຊິ່ງກັນແລະກັນ, ສະເໝີພາບກັນ,
ມີຄວາມສັດຊື່ກັນແລະການກະທຳ ແລະວາຈາ ເປັນເອກະພາບກັນ,
ບໍ່ຄວນດຳເນີນໄປພາຍໃຕ້ການຂົ່ມຄູ່ດ້ວຍການເພີ່ມພາສີ,
ບໍ່ຄວນເສຍຫາຍສິດການພັດທະນາ ຂອງຈີນ,
ຫຼັກການເຫຼົ່ານີ້ຖືເປັນເສັ້ນທາງທີ່ຖືກຕ້ອງໃນການແກ້ໄຂຄວາມຂັດແຍ້ງກັນດ້ານເສດຖະກິດການຄ້າຈີນ-ອາມເລິກາ.
ສົງຄາມການຄ້າບໍ່ມີຝ່າຍໃດຈະໄດ້ຊະນະ. ຢາກຈະແກ້ໄຂບັນຫາຢ່າງຖືກຕ້ອງ,
ກໍ່ຕ້ອງຮັກສາຄວາມໃຈເຢັນ, ອ່ານປື້ມປົກຂາວສະບັບນີ້ໃຫ້ລະອຽດ,
ຮັບຮູ້ການພົວພັນຕ່າງຝ່າຍຕ່າງມີຜົນປະໂຫຍດດ້ານເສດຖະກິດການຄ້າ
ລະຫວ່າງຈີນ-ອາເມລິກາຢ່າງນອກຕົວ ຮອບດ້ານແລະມີສະຕິ,
ພິຈາລະຂາຈາກຄວາມສຸກຂອງປະຊາຊົນ,
ແລ້ວກັບຄືນສູ່ໂຄຈອນທີ່ຖືກຕ້ອງແຫ່ງການແກ້ໄຂຄວາມຂັດແຍ້ງກັນ.
ແຫຼ່ງຈາກ: http://laos.cri.cn/20180924/cef995e0-13b0-ae0d-1f4b-f5aaf0bde6af.html