Saturday, October 13, 2018

ກອງປະຊຸມສຸດຍອດອາຊຽນແຕ່ລະຄັ້ງ,ຄັ້ງທຳອິດ ຫາ ຄັ້ງລ່າສຸດ (ASEAN SUMMITS)

ກອງປະຊຸມສຸດຍອດອາຊຽນ (ASEAN SUMMITS)
ກອງປະຊຸມ​ສຸດ​ຍອດ​ອາຊຽນ  ​ເປັນ​ເຈົ້າພາບ ​ໂດຍ​ປະ​ເທດ​ສະມາຊິກ​ທີ່​ເປັນ​ປະທານ​ອາຊຽນ ​ແລະ ຈັດກ​ອງປະ​ຊຸມ​ສຸດ​ຍອດ​ອາຊຽນຂື້ນ ​ເມື່ອມີ​ຄວາມ​ຈຳ​ເປັນ,​ເຊິ່ງຖື​ເປັນ​ກອງ​ປະຊຸມ​ສະ​ໄຫມ​ພິ​ເສດ ຫລື ສະ​ເພາະ​ກິດ​ ໂດຍ​ການ​ເປັນ​ປະທານ​ຂອງປະ​ເທດ​ສະມາ​ຊິກ​ທີ່​ເປັນ​ປະທານ​ອາຊຽນ, ສ່ວນ​ສະຖານ​ທີ່​ແມ່ນ​ອີງ​ໃສ່​ຄຳ​ຕົກລົງ ຂອງ​ບັນດາ​ປະ​ເທດ​ສະມາຊິກ.
  •   -   ກອງປະຊຸມສຸດຍອດອາຊຽນໄດ້ຖືກຈັດຕັ້ງຂຶ້ນຄັ້ງທຳອິດຢ່າງເປັນທາງການໃນວັນທີ 23-24 ກຸມພາ ປີ 1976 ທີ່ ບາລີ, ປະເທດອິນໂດເນເຊຍ.
  •  -    ກອງປະຊຸມສຸດຍອດອາຊຽນຄັ້ງທີ 2 ຈັດຂຶ້ນໃນວັນທີ 4-5 ສິງຫາ ປີ 1977 ທີ່ ກົວລາລໍາເປີ, ປະເທດມາເລເຊຍ.
  • -    ກອງປະຊຸມສຸດຍອດອາຊຽນຄັ້ງທີ 3 ຈັດຂຶ້ນໃນວັນທີ 14-15 ທັນວາ ປີ 1987 ທີ່ ມະນີລາ, ປະເທດຟິລິບປິນ.
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 4 ຈັດຂຶ້ນໃນວັນທີ 27-29 ມັງກອນ ປີ 1992 ທີ່ ສິງກະໂປ.
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 5 ຈັດຂຶ້ນໃນວັນທີ 14-15  ທັນວາ ປີ 1995 ທີ່ ບາງກອກ, ປະເທດໄທ.
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 6 ​ໄດ້ຈັດຂຶ້ນໃນວັນທີ 15-16 ທັນວາ ປີ 1998 ທີ່ ແຂວງຮາໂນ້ຍ, ປະເທດຫວຽດນາມ ຫຼັງຈາກຫວຽດນາມໄດ້ເຂົ້າເປັນສະມາຊິກໄດ້ 3ປີ.
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 7 ໄດ້ຈັດຂຶ້ນໂດຍການອາສາເປັນເຈົ້າພາບຂອງປະເທດ ບູໄນດາຣຸດສະລາມ ໃນວັນທີ 5-6 ພະຈິກ ປີ2001, ແລະ ຫຼັງຈາກນັ້ນເປັນຕົ້ນມາກໍ່ໄດ້ມີການຕົກລົງກັນຈັດຕັ້ງກອງປະຊຸມສຸດຍອດອາຊຽນຂຶ້ນເປັນປະຈຳທຸກປີ.
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 8 ຈັດຂຶ້ນໃນວັນທີ 4-5 ພະຈິກ ປີ 2002 ທີ່ ພະນົມເປັນ ປະເທດກຳປູເຈຍ.
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 9 ຈັດຂຶ້ນໃນວັນທີ 7-8 ຕຸລາ ປີ 2003 ທີ່ ບາຫຼີ, ປະເທດ ອິນໂດເນເຊຍ.
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 10​ ຈັດຂຶ້ນໃນວັນທີ 29-30 ພະຈິກ ປີ 2004 ທີ່ ນະຄອນຫຼວງວຽງຈັນ
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 11 ຈັດຂຶ້ນໃນວັນທີ 12-14 ທັນວາ ປີ 2005 ທີ່ ກົວລາລຳເປີ, ປະເທດ ມາເລເຊຍ.
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 12 ຈັດຂຶ້້ນໃນວັນທີ 9-15 ມັງກອນ ປີ 2007 ທີ່ ເຊບູ, ປະເທດ ຟີລິບປິນ
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 13 ຈັດຂຶ້ນໃນວັນທີ 18-22 ພະຈິກ ປີ 2007 ທີ່ ປະເທດສິງກະໂປ. ການປະຊຸມຄັ້ງນີ້ໄດ້ມີການເລື່ອນການຈັດຕັ້ງສະມາຄົມອາຊຽນຈາກປີ 2020 ມາເປັນ 2015.
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 14 ຈັດຂຶ້ນໃນວັນທີ 26 ກຸມພາ-1 ມີນາ, 18-11 ມີນາ ປີ 2009 ທີ່ ຊະອໍາ, ປະເທດໄທ
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 15 ຈັດຂຶ້ນໃນວັນທີ 23-25 ຕຸລາ ປີ 2009 ທີ່ ຊະອໍາ, ປະເທດໄທ.
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 16​ຈັດຂຶ້ນໃນວັນທີ 8-9 ເມສາ ປີ 2010 ທີ່ ຮ່າໂນ້ຍ, ປະເທດ ຫວຽດນາມ.
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 17 ຈັດຂຶ້ນໃນວັນທີ 28-30 ຕຸລາ ປີ 2010 ທີ່ ຮ່າໂນ້ຍ, ປະເທດ ຫວຽດນາມ.
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 18 ຈັດຂຶ້ນໃນວັນທີ 7-8 ພຶດສະພາ ປີ 2011 ທີ່ ຈາກາຕາ, ປະເທດ ອິນໂດເນເຊຍ.
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 19 ຈັດຂຶ້ນໃນວັນທີ 14-19 ພະຈິກ ປີ 2011 ທີ່ ບາຫລີ, ປະເທດ ອິນໂດເນເຊຍ.
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 20 ຈັດຂຶ້ນໃນວັນທີ 3-4 ເມສາ ປີ 2012 ທີ່ ພະນົມເປັນ, ປະເທດ ກຳປູເຈຍ.
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 21 ຈັດຂຶ້ນໃນວັນທີ 18 ພະຈິກ ປີ 2012 ທີ່ ພະນົມເປັນ, ປະເທດ ກຳປູເຈຍ.
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 22 ຈັດຂຶ້ນໃນວັນທີ 24-25 ເມສາ ປີ 2013 ທີ່ ບັນດາຊິຣິເບກາວັນ, ປະເທດ ບຣູໄນ.
  • -       ກອງປະຊຸມສຸດຍອດອາຊຽນຄັ້ງທີ 23 ຈັດຂຶ້ນໃນວັນທີ 9-10 ຕຸລາ ປີ 2013 ທີ່ ບັນດາຊິຣິເບກາວັນ, ປະເທດ ບຣູໄນ
  • - ກອງປະຊຸມສຸດຍອດອາຊຽນຄັ້ງທີ 24 ຈັດຂື້ນໃນວັນທີ 10-11 ພຶດສະພາ ປີ 2014 ທີ່ ເນປີ ດໍ, ປະເທດ ມຽນມາ
  • -  ກອງປະຊຸມສຸດຍອດອາຊຽນຄັ້ງທີ 25 ຈັດຂື້ນໃນວັນທີ 11-13 ພະຈິກ ປີ 2014 ທີ່ ເນປີ ດໍ,   ປະເທດ ມຽນມາ
  • -  ກອງປະຊຸມສຸດຍອດອາຊຽນຄັ້ງທີ 26 ຈັດຂື້ນໃນວັນທີ 26 - 28 ເມສາ ປີ 2015 ທີ່ ກົວລາ ລຳເປີ ແລະ ລັງກາວີ ,ປະເທດມາເລເຊຍ.
  • - ກອງປະຊຸມສຸດຍອດອາຊຽນຄັ້ງທີ 27 ຈັດຂື້ນໃນວັນທີ 18 -22 ພະຈິກ ປີ 2015 ທີ່ ກົວລາ ລຳເປີ, ປະເທດ ມາເລເຊຍ.
  • - ກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ຈັດຂື້ນພ້ອມກັນ ໃນວັນທີ 6 -8 ກັນຍາ ປີ 2016 ທີ ນະຄອນຫຼວງ ວຽງຈັນ, ປະເທດ ລາວ.
  • - ກອງປະຊຸມສຸດຍອດອາຊຽນຄັ້ງທີ 30 ຈັດຂື້ນໃນວັນທີ 26 - 29 ເມສາ ປີ 2017 ທີ່ ມະນິລາ, ປະເທດ ຟີລິບປິນ.
  • - ກອງປະຊຸມສຸດຍອດອາຊຽນຄັ້ງທີ 31 ຈັດຂື້ນໃນວັນທີ 13 - 14 ພະຈິກ ປີ 2017 ທີ່ ມະນິລາ,ປະເທດ ຟີລິບປິນ.
  • - ກອງປະຊຸມສຸດອາຊຽນຄັ້ງທີ 32 ຈັດຂື້ນໃນວັນທີ 27-28 ເມສາ ປີ 2018 ທີ່ ສິງກະໂປ,ປະເທດ ສິງກະໂປ.

No comments:

Post a Comment

ເວັບໄຊທາງການຂອງອາຊຽນ (ASEAN)

ເວັບໄຊທາງການຂອງອາຊຽນ (ASEAN)ທີ່ຄວນຮູ້ໄວ້ເພື່ອເຂົ້າໄປຕິດຕາມການເຄືອນໄຫວ ຫຼື ຊອກຄົ້ນຫາຂໍ້ມູນຕ່າງໆກ່ຽວອາຊຽນ. https://asean.org/