ມະນຸດປະເພດທີ່ 1 ແມ່ນມະນຸດຈຳພວກ ທີ່ຫຼີ້ນກິນ ແລະ ມ່ວນຊືນໄປແຕ່ລະມື້ແຕ່ລະວັນ
ຊຳຊາຮອດມື້ຕາຍ
ມະນຸດປະເພດທີ່ 2 ແມ່ນຈຳພວກທີ່ອາໄລອາວອນ ແລະ ຍຶດຕິດຢູ່ກັບເລື່ອງລາວຜ່ານມາໃນອາດີດ
ມະນຸດປະເພດ 3 ແມ່ນຈຳພວກທີ່ເປັນຫ່ວງວ່າມື້ອື່ນຈະກິນຫຍັງ ຕົນຈະມີວຽກຫຍັງເຮັດ ໃນອະນາຄົດຈະເກີດຫຍັງ
ຂື້ນກັບຕົວເອງ ແລະ ສັງຄົມປະຊາຊົນຈະມີກິນ ຫຼືວ່າອຶດຍາກໝາກແຄ້ນແນວໃດ.
ຂື້ນກັບຕົວເອງ ແລະ ສັງຄົມປະຊາຊົນຈະມີກິນ ຫຼືວ່າອຶດຍາກໝາກແຄ້ນແນວໃດ.
ເຊິ່ງຢູ່ໃນແຕ່ລະປະເພດມີຄວາມແຕກຕ່າງກັນດັ່ງລຸ່ມນີ້:
I.
ມະນຸດປະເພດທີ່ໜຶ່ງແມ່ນມະນຸດຈໍາພວກທີ່ຫລິ້ນກິນແລະມ່ວນຊື່ນໄປແຕ່ລະມື້ແຕ່ລະວັນຊໍາຊາຮອດມື້ຕາຍ
ມະນຸດຈຳພວກຫລິ້ນກິນໄປວັນໆເປັນມະນຸດປະເພດທີ່ບໍ່ໄດ້ຄິດເຖິງອະນາຄົດຫລາຍປານໃດ, ຄິດພຽງແຕ່ໃນປັດຈຸບັນວ່າຕົນເອງສິໄປຫລິ້ນໄປທ່ຽວຢູ່ໃສເຊິ່ງມັນເປັນການໃຊ້ເງິນໂດຍບໍ່ມີເຫດຜົນ, ບໍ່ຈຳເປັນເພາະມັນເປັນການໃຊ້ພຽງແຕ່ຫລິ້ນກິນເພື່ອຄວາມມ່ວນຊື່ນໄປໃນແຕ່ລະມື້. ໃນການເຮັດວຽກຫລືຮຽນຂອງບຸກຄົນປະເພດນີ້ພຽງແຕ່ຮຽນຫລືເຮັດວຽກໄປແຕ່ລະມື້ໃຫ້ມັນແລ້ວໂດຍບໍ່ໄດ້ເອົາໃຈໃສ່ຕໍ່ໜ້າທີ່ທີ່ຕົນໄດ້ຮັບຜິດຊອບຢ່າງຈິງຈັງ, ເຖິງວ່າຈະມີຄົນທີ່ຄ່ອຍບອກກ່າວເຕືອນໃນສິ່ງທີ່ມະນຸດປະເພດນີ້ກະທຳມັນເປັນສິ່ງທີ່ບໍ່ດີ, ບໍ່ເໝາະສົມ, ບໍ່ຄວນເຮັດແຕ່ເຂົາເຈົ້າກໍບໍ່ໄດ້ຮັບຟັງຫລືປະຕິບັດຕາມ, ແມ່ນຢູ່ວ່າບາງຄັ້ງເຂົາເຈົ້າຮັບຟັງ-ປະຕິບັດຕາມຄຳຕັກເຕືອນຊຶ່ງມັນກໍໄດ້ແຕ່ຊ່ວງໄລຍະໃດໜຶ່ງຍ້ອນວ່າມັນບໍ່ສອດຄ່ອງກັບສິ່ງທີ່ພວກເຂົາຕ້ອງການເຊັ່ນ:ໄປຫລິ້ນໄປທ່ຽວ, ຈັດງານລ້ຽງ, ກິນເຫລົ້າກິນເບຍແບບໃຊ້ເງິນຢ່າງຟຸ່ມເຟືອຍເພື່ອຕອບສະໜອງຄວາມມ່ວນຊື່ນທີ່ເຮັດໃຫ້ເກີດມີຄວາມສຸກຄວາມພໍໃຈ.
ຢູ່ໃນສັງຄົມເຮົາມະນຸດຫລືບຸກຄົນຈຳພວກນີ້ກໍມີຈຳນວນໜຶ່ງເຊິ່ງສັງເກດເຫັນໃນຊ່ວງທີ່ເປັນບຸກຄົນປະເພດທີ່ໜຶ່ງນີ້ສ່ວນຫລາຍແມ່ນໄລຍະທີ່ຍັງເປັນໄວລຸ້ນທີ່ຍັງບໍ່ໄດ້ຄຳນຶງເຖິງສິ່ງທີ່ຈະສົ່ງຜົນສະທ້ອນຕໍ່ຕົນເອງຢ່າງລະອຽດຮອບຄອບຖີ່ຖ້ວນເທື່ອເພາະຄິດພຽງແຕ່ວ່າເມື່ອເກີດມາແລ້ວຕ້ອງໃຊ້ຊີວິດຢ່າງຄຸ້ມຄ່າຢາກເຮັດຫຍັງກໍເຮັດຕາມຈຸດປະສົງເພື່ອນຳເອົາຄວາມສຸກຄວາມສະໜຸກມາໃຫ້ຕົນເອງ. ບຸກຄົນປະເພດນີ້ຖືເອົາໝູ່ເພື່ອນເປັນສິ່ງສຳຄັນກວ່າໝູ່ໝົດຍ້ອນພວກເຂົາໃຊ້ຊີວິດປະຈຳວັນສ່ວນຫລາຍຢູ່ກັບໝູ່, ເຮັດສິ່ງຕ່າງໆນຳໝູ່ແລະອື່ນໆອີກຫລາຍຢ່າງຖືເອົາໝ່ເປັນຫລັກ. ໃນຍາມຮຽນບຸກຄົນທີ່ປະພຶດຕົວແບບມະນຸດປະເພດນີ້ຈະເປັນບຸກຄົນທີ່ຄ່ອນຂ້າງບໍ່ເອົາຫົວຊາບໍ່ສົນໃຈເຊິ່ງມັນສະແດງອອກດ້ວຍຕົວຢ່າງເຊັ່ນ: ສ່ວນຫລາຍບຸກຄົນປະເພດນີ້ຈະບໍ່ເອົາໃຈໃສ່ຕໍ່ການຮຽນເທົ່າທີ່ຄວນ, ຖ້າມີໝູ່ທີ່ເປັນບຸກຄົນປະເພດດຽວກັນກໍຈະຈັບກຸ່ມສົນທະນາເລື່ອງທີ່ພວກເຂົາສົນໃຈເປັນຫລັກເຖິງວ່າໃນເວລານັ້ນເປັນເວລາທີ່ຄູອາຈານສິດສອນສົ່ງຄວາມຮູ້ໃຫ້ແລະນອກເໜືອຈາກນີ້ຍັງຖືເບົາຕໍ່ການມາໂຮງຮຽນຮຽນໜັງສືເຊິ່ງສະແດງໃຫ້ເຫັນຢູ່ບ່ອນວ່າ: ມັກມາໂຮງຮຽນຊ້າ, ບາງທີ່ມາໂຮງຮຽນກໍພາກັນໄປຈັບກຸ່ມສົນທະນາຢູ່ຕາມຮ້ານຄ້າທີ່ມີຢູ່ໃນໂຮງຮຽນຊ້ຳບໍ່ໜຳບາງຄັ້ງເຖິງຂັ້ນໂຕນໂຮງຮຽນໄປຫລິ້ນກິນເຫລົ້າກິນເບຍຕາມສະຖານທີ່ໃຫ້ຄວາມບັນເທິງຕ່າງໆໂດຍບໍ່ສົນໃຈວ່າຜົນການຮຽນຂອງຕົນເອງຈະເປັນແນວໃດ. ສ່ວນບຸກຄົນທີ່ຢູ່ໃນຊ່ວງໄວເຮັດວຽກຖ້າເປັນບຸກຄົນປະເພດທີ່ໜຶ່ງມັນກໍມີຜົນເສຍຫາຍຫລືຜົນສະທ້ອນຕໍ່ບຸກຄົນປະເພດນີ້ຫລາຍພໍສົມຄວນໂດຍທີ່ພວກເຂົາເອງຈະຮູ້ໂຕຫລືບໍ່ຮູ້ໂຕກໍຕາມ, ຈາກປະສົບການທີ່ເຫັນຢູ່ໃນສັງຄົມຂ້າພະເຈົ້າຈະຍົກຕົວຢ່າງມາໃຫ້ຜູ້ອ່ານຜູ້ຟັງໄດ້ຮູ້ໄດ້ຟັງເປັນສິ່ງທີ່ຈະອ້າງຂຶ້ນມາເພື່ອອະທິບາຍກ່ຽວກັບມະນຸດຫລືບຸກຄົນປະເພດນິີ້ໃຫ້ລະອຽດຕື່ມດັ່ງຈະເຫັນຕົວຢ່າງຈາກການເຮັດວຽກຂອງບຸກຄົນເຫລົ່ານີ້ເຊັ່ນ: ໃນຍາມທີ່ເຮັດວຽກຈະຄິດຫາແຕ່ໂມງເລີກວຽກ, ອີກຢ່າງໃນເວລາໄດ້ຮັບໜ້າທີ່ໃຫ້ເຮັດປະຕິບັດກໍຈະບໍ່ຄ່ອຍເອົາໃຈໃສ່ພຽງແຕ່ເຮັດໄປຕາມໜ້າທີ່ໃຫ້ມັນແລ້ວໆໄປ, ຖ້າຖືກຕຳໜິກໍ່ເກີດຄວາມບໍ່ພໍໃຈຍ້ອນຄິດວ່າຕົນເອງເຮັດວຽກທີ່ໄດ້ຮັບມອບໝາຍສຳເລັດແລ້ວ, ແຕ່ທີ່ຈິງແລ້ວໃນການເຮັດວຽກຂອງຕົນເອງຍັງບໍ່ໄດ້ດີເນື່ອງຈາກຮີບເຮັດຮີບແລ້ວໂດຍບໍ່ສົນໃຈວ່າວຽກນັ້ນຈະຖືກຕາມທີ່ໄດ້ຮັບມອບໝາຍຫລືບໍ່, ຖ້າມີເທດສະການງານບຸນຕ່າງໆທີ່ກຳນົດມື້ພັກໃຫ້ເຊັ່ນ: ກຳນົດໃຫ້ພັກ 3 ມື້ແຕ່ບຸກຄົນປະເພດນີ້ຈະພັກເກີນກຳນົດໂດຍຈະມີຂໍ້ອ້າງຕ່າງໆນາໆເພື່ອຈະນຳມາເປັນເຫດຜົນທີ່ຕົນເອງພັກເກີນກຳນົດ. ນອກຈາກນີ້ເມື່ອບຸກຄົນປະເພດນີ້ຮູ້ສຶກວ່າຕົນເອງໃຊ້ເງິນຫລາຍເກີນໄປໂດຍໄຮ້ປະໂຫຍດກໍຈະບອກຄົນອື່ນວ່າ: ຕົນເອງຈະເຊົາບໍ່ປະພຶດຄືເກົ່າອີກ, ຈະຕັ້ງໃຈຫາເງິນເຮັດວຽກແຕ່ສິ່ງທີ່ບຸກຄົນເຫລົ່ານີ້ເວົ້າມັນກໍເປັນພຽງຄວາມຄິດ, ເວົ້າໄດ້ແຕ່ປະພຶດຍາກເພາະບຸກຄົນເຫລົ່ານີ້ຍັງຕິດນິໄສປະຕິບັດພຶດຕິກຳແບບເກົ່າໆຢູ່. ດັ່ງນັ້ນໃນຄວາມເຫັນຂອງຂ້າພະເຈົ້າເຫັນວ່າການທີ່ປະພຶດຕົນເອງໃຫ້ເປັນດັ່ງເຊັ່ນບຸກຄົນປະເພດນີ້ຈະເຮັດໃຫ້ກາຍເປັນບຸກຄົນທີ່ຄົນອື່ນຂາດຄວາມໄວ້ເນື້ອເຊື່ອໃຈ, ບໍ່ມີຄວາມເຊື່ອໝັ້ນທີ່ຈະມອບໝາຍໜ້າທີ່ຮັບຜິດຊອບໃຫ້ປະຕິບັດເພາະເປັນຄົນບໍ່ຈິງໃຈທີ່ຈະເຮັດວຽກ. ໃນແຕ່ລະມື້ແຕ່ລະວັນສຳລັບບຸກຄົນເຫລົ່ານີ້ຖ້າຢູ່ໃນໄວຮຽນກໍພຽງແຕ່ໄປໂຮງຮຽນເພື່ອຄວາມມ່ວນຊື່ນ, ຂໍເງິນພໍ່ແມ່ມາໃຊ້ຈ່າຍຢ່າງບໍ່ເປັນປະໂຫຍດໂດຍບໍ່ຄິດເຖິງພໍ່ແມ່ເຊັ່ນ:ໃນກໍລະນີທີ່ພໍ່ແມ່ສົ່ງລູກໄປຮຽນຢູ່ໂຮງຮຽນທີ່ດີໂດຍຫວັງຢາກໃຫ້ລູກມີອະນາຄົດທີ່ດີເພື່ອທີ່ຈະມາເບິ່ງແຍງພໍ່ແມ່ຕອນແກ່ເຖົ້າແຕ່ຊ້ຳພັດຜູ້ເປັນລູກເປັນຄົນທີ່ຕິດຫລິ້ນມີແຕ່ຜານເງິນພໍ່ແມ່ໄປໃນແຕ່ລະມື້. ເມື່ອກ້າວມາເຖິງໄວທີ່ຈະເຮັດວຽກກໍເປັນບຸກຄົນທີ່ຄິດຢາກໄດ້ແຕ່ພຽງເງິນເດືອນໄປທ່ຽວຫລິ້ນ, ບໍ່ຢາກເຮັດວຽກທີ່ຫລາຍເກີນໄປມີລັກສະນະກຽດຄ້ານບໍ່ມີຄວາມກະຕືລືລົ້ນໃນການເຮັດວຽກ.
ເມື່ອເບິ່ງແບບສັງລວມແລ້ວມະນຸດປະເພດທີ່ໜຶ່ງເປັນປະເພດທີ່ບໍ່ຄ່ອຍຫົວຊາ, ຄິດຫຍັງຫລາຍເກີນໄປ, ມີຄວາມສຸກພໍໃຈກັບສິ່ງທີ່ໄດ້ເຮັດ, ບໍ່ສົນໃຈວ່າສິ່ງຕ່າງໆຢູ່ອ້ອມໂຕຈະເປັນແນວໃດ.
ເມື່ອເບິ່ງແບບສັງລວມແລ້ວມະນຸດປະເພດທີ່ໜຶ່ງເປັນປະເພດທີ່ບໍ່ຄ່ອຍຫົວຊາ, ຄິດຫຍັງຫລາຍເກີນໄປ, ມີຄວາມສຸກພໍໃຈກັບສິ່ງທີ່ໄດ້ເຮັດ, ບໍ່ສົນໃຈວ່າສິ່ງຕ່າງໆຢູ່ອ້ອມໂຕຈະເປັນແນວໃດ.
II.ມະນຸດປະເພດສອງແມ່ນມະນຸດຈຳພວກອາໄລອາວອນ ແລະ ຍຶດຕິດກັບເລື່ອງລາວທີ່ຜ່ານມາໃນອະດີດ.
ບຸກຄົນຈຳພວກນີ້ແມ່ນບຸກຄົນທີ່ມີອາການຊື່ມເສົ້າ, ເຊີຍຊາ, ເປັນຄົນບໍ່ມັກປາກມັກເວົ້າກັບໃຜບາງຄັ້ງອອກອາການບໍ່ພໍໃຈໃຫ້ຕົວເອງ ແລ້ວເຮັດສິ່ງທີ່ປະຊົດຕົວເອງ
(
ເຮັດໃນສິ່ງທີ່ຕົວເອງບໍ່ຢາກເຮັດ ຫຼື ສິ່ງທີ່ເຄີຍເຮັດໃນອະດີດ )
ຄົນຈຳພວກນີ້ແມ່ນໃຊ້ເວລາສ່ວນຫຼາຍຢູ່ກັບການຄິດໃນສິ່ງບໍ່ເກີດປະໂຫຍດໃຫ້ແກ່ຕົວເອງ
ເພາະວ່າບໍ່ໄດ້ຄິດເຖິງປະຈຸບັນ ແລະ ອານະຄົດວ່າຊິເຮັດຫຍັງ, ມີແຕ່ຢູ່ພໍແລ້ວມື້ແລ້ວວັນໄປຊື່ໆ ບໍ່ເຄີຍພັດທະນາຕົວເອງ ແລະ ສ້າງສາຍສຳພັນກັບໝູ່ເພື່ອນ, ບໍ່ຢາກຕັດສິນໃຈເຮັດໃນສິ່ງທີ່ຕົວເອງມັກຍ້ອນຄິດວ່າມັນຈະບໍ່ສຳເລັດຄືທີ່ຜ່ານມາໃນອະດີດ
ມີແຕ່ຄິດຢ່າງດຽວຄືບໍ່ຢາກເຮັດອີກແລ້ວ, ມັນຈະມີອີກເທຶ່ອທີ່ຈະບໍ່ປະສົບຜົນສຳເລັດ ຕົວຢ່າງ: ຖ້າເຮົາເຮັດທຸລະກິດທີ່ເຮົາລົງທືນສ້າງໂດຍຄວາມສາມາດມາ
ທັງແຮງກາຍ ທັງແຮງໃຈ ເປັນເວລາຫຼາຍປີແຕ່ບໍ່ໄດ້ຮັບຄວາມສຳເລັດເຮັດໃຫ້ທຸລະກິດລົ້ມເຫຼວ ແນ່ນອນເຮົາຕ້ອງເສຍໃຈຫຼາຍເພາະວ່າມັນບໍ່ປະສົບຜົນສຳເລັດ
ຄັນຖ້າເຮົາເລີ່ມຕົ້ນໃຫມ່ກໍໄດ້ ແຕ່ວ່າບຸກຄົນຈຳພວກທີ່ຍຶດຕິດກັບອະດີດແມ່ນຈະບໍ່ມີວັນທີ່ຈະຄິດເລີ່ມຕົ້ນເລີຍເພາະຄິດພຽງແຕ່ວ່າພົບກັບຄວາມລົ້ມເລວ
ດັ່ງນັ້ນຄົນຈຳພວກນີ້ຈຶ່ງມີແຕ່ຄິດເຖິງອະດີດພວກນັ້ນ.
ຄົງຈະບໍ່ມີໃຜທີ່ອາໃສຢູ່ໃນສັັງຄົມທີ່ປາສະຈາກອາດີດເລື່ອງລາວທີ່ຜ່ານມາໄດ້ແມ່ນບໍ? ເພາະວ່າທຸກໆຄົນລ້ວນແລ້ວແຕ່ມີການດຳລົງຊີວິດຢູ່ໃນສະຖານທີທີ່ແຕກຕ່າງກັນ, ມີໜ້າທີ່ວຽກງານແຕກຕ່າງກັນ ແລະ ຖານະທາງດ້ານສັງຄົມບໍ່ຄືກັນ ເຊື່ອໄດ້ເລີຍວ່າບຸກຄົນທີ່ຍຶດຕິດກັບອະດີດ ບໍ່ໄດ້ຈຳແນກຊົນຊັ້ນວັນນະເພາະວ່າມັນຂຶ້ນກັບຈິດໃຈຂອງແຕ່ລະບຸກຄົນທີ່ຈະຕັດສິນໃຈລືມ ຫຼື ຈື່ຈຳອະດີດທີ່ບໍ່ດີ ແລະ ອະດີດທີ່ດີິໄດ້ ສະນັ້ນບຸກຄົນທີ່ຍຶດຕິດກັບອະດີດສ່ວນຫຼາຍອາດຈະແມ່ນບຸກຄົນທີ່ໃຈອ່ອນແອມັນຍາກທີ່ຈະລືມເລື່ອງລາວໄດ້ເຊິ່ງຄົນສ່ວນຫຼາຍມັກຍຶດຕິດກໍອາດຈະແມ່ນເລື່ອງຂອງຄວາມຮັກລະຫວ່າງບ່າວ-ສາວ ທີ່ພົບກັບຄວາມຜິດຫວັງ (Broken Heart ) ບາງຄົນຈົນກິນບໍ່ໄດ້ນອນບໍ່ຫລັບ, ຈະເປັນຈະຕາຍເພາະຄິດວ່ານອກເໜືອຈາກຄົນທີ່ຕົນເອງຮັກຈະບໍ່ມີໃຜອີກແລ້ວເຮັດໃຫ້ຄິດແຕ່ເລື່ອງນັ້ນຢູ່ຕະຫຼອດເວລາ.
ຄັນຖ້າຈະເວົ້າອີກແງ່ມູມໜຶ່ງກຽ່ວກັບບຸກຄົນທີ່ຍຶດຕິດກັບອະດີດນີ້ ເລື່ອງລາວໃນອະດີດທີ່ດີກໍມີຫຼາຍຄື: ຄວາມຮັກຄວາມເຂົ້າໃຈ ລະຫວ່າງໝູ່ເພື່ອນໃນສະໄຫມເປັນເດັກນ້ອຍ, ຕອນຮຽນນຳກັນຢູ່ມັດທະຍົມທີ່ເຄີຍຫຼີ້ນນຳກັນ ແລະ ມີອີກອັນໜຶ່ງກໍ່ຄືການຊ່ວຍເຫຼືອກັນດ້ານການຮຽນ. ດັ່ງນັ້ນຢາກໃຫ້ຮູ້ອີກວ່າບຸກຄົນທີ່ຍຶດຕິດກັບອະດີດກໍອາດຈະມີເລື່ອງທີ່ດີສາມາດນຳເອົາມາເປັນການພັດທະນາຕົວເອງ ນັ້ນກໍແມ່ນການນຳເອົາສິ່ງທີີ່ເກີດຂື້ນໃນອະດີດມາໃຊ້ໃຫ້ເປັນປະໂຫຍດ..
ຈາກການອະທິບາຍມາຂ້າງເທິິງນີ້ເຫັນວ່າ ມະນຸດຈໍາພວກທີ່ສອງນີ້ເປັນປະເພດບຸກຄົນທີ່ຈົມປັກຍຶດຕິດກັບອະດີດຫຼາຍເກີນໄປຈົນບໍ່ສົນໃຈວ່າປັດຈຸບັນ ຫຼື ອະນາຄົດຈະເກີດຫຍັງຂື້ນເໝືອນກັບວ່າໂລກໝຸນອ້ອມຕົວເຮົາແຕ່ເຮົາບໍ່ໝຸນຕາມໂລກເລີຍ. ສະນັ້ນອາດຈະເວົ້າໄດ້ວ່າການຍຶດຕິດກັບອະດີດນັ້ນຄ່ອນຂ້າງຈະບໍ່ດີປານໃດ ມັນອາດຈະເປັນໄປໄດ້ບໍ? ຖ້າວ່າເຮົາຢູ່ກັບປັດຈຸບັນເຮັດປັດຈຸບັນໃຫ້ດີທີ່ສຸດເພື່ອອະນາຄົດຂອງຕົນເອງ ສິ່ງໃດທີ່ຜິດພາດໃນອະດີດກໍໃຫ້ເປັນປະສົບການຂອງຊີວິດເພື່ອພັດທະນາຕົວເອງໃຫ້ດີກວ່າເກົ່າ...

III. ຈຳພວກທີ່ເປັນຫ່ວງວ່າມື້ອື່ນຈະກິນຫຍັງຕົນຈະມີວຽກຫຍັງເຮັດໃນອະນາຄົດຈະເກີດຫຍັງຂຶ້ນກັບຕົນ
ເອງ ແລະ ສັງຄົມ ປະຊາຊົນຈະມີກິນ ຫຼື ວ່າອຶດຢາກໝາກແຄ້ນແນວໃດ.
ມະນຸດປະເພດທີ່ສາມນີ້ແມ່ນບຸກຄົນທີ່ຄຳນຶງເຖິງອະນາຄົດຂອງຕົນຢູ່ຕະຫຼອດເວລາຫຼາຍກວ່າອະດີດ.ພວກເຂົາບໍ່ໄດ້ຄິດເຖິງອະດີດທີ່ເຄີຍຜ່ານມາວ່າມື້ວານເຮົາກິນຫຍັງ? ຊີວິດເຮົາເປັນແນວໃດ ? ເຮົາພຽງພໍແລ້ວບໍກັບຊີວິດການເປັນຢູ່ຂອງຕົນ?ແຕ່ຕ້ອງບອກໄປເລີຍວ່າຄົນປະເພດນີ້ຈະບໍ່ມີຄຳວ່າພຽງພໍເພາະຄຳວ່າພຽງພໍກໍປຽບສະເໝືອນສິ່ງທີ່ເຮົາພໍໃຈໂດຍບໍ່ຕ້ອງການສິ່ງໃດມາປຽບແທນແນ່ນອນຖ້າວ່າຄິດແບບນີ້ແລ້ວບໍ່ມີທາງທີ່ຈະພັດທະນະຕົນເອງໄດ້ເລີຍເຊັ່ນ:ການສຶກສາຖ້າວ່າມື້ໃດເຮົາຄິດວ່າຕົນເອງສະຫຼາດມື້ນັ້ນເຮົາຈະກາຍເປັນໂງ່ໂດຍບໍ່ຮູ້ໂຕ
ໝາຍຄວາມວ່າບຸກຄົນປະເພດນີ້ຄິດວ່າຄວາມຮູ້ຂອງຕົນພຽງພໍແລ້ວຈຶ່ງບໍ່ເປີດໃຈຍອມຮັບຄວາມຄິດຄວາມເຫັນຂອງຄົນອື່ນໂດຍບໍ່ພັດທະນາຕົນເລີຍກໍຈະເຮັດໃຫ້ຄົນອື່ນນຳໜ້າເຮົາກ້າວໜຶ່ງ,ຄົນຈຳພວກນີ້ສ່ວນຫຼາຍມີລັກສະນະເປັນຄົນເຈົ້າຄວາມຄິດ,ຂີ້ລະແວງ,ຂີ້ສົງໄສ,ມັກວິຕົກກັງວົນ,ມັກສັງເກດສິ່ງອ້ອມຂ້າງ,ລັງເລຢູ່ຕະຫຼອດເວລາແຕ່ຄົນຈຳພວກນີ້ຮູ້ຈັກເອົາອະດີດທີ່ເຄີຍຜິດພາດມາເປັນບົດຮຽນເພື່ອປັບປຸງແກ້ໄຂໃຫ້ປັດຈຸບັນ ຫຼື ອະນາຄົດໃຫ້ດີຂຶ້ນກວ່າເກົ່າສັງເກດໄດ້ຈາກ:ນັກທົດລອງ,ນັກວິທະຍາສາດ ຫຼື ນັກການເມືອງຕ່າງໆ...
ຂຽນໂດຍ:
ນັກສຶກສາປີ 1 , ພາກວິຊາ ລັດຖະສາດ,ຄະນະນິຕິສາດ ແລະ ລັດຖະສາດ,ມຊ
ສົກປີ 2012
1. ສນ.ບຸນຮອງ ຈັນຕຸລາ
2. ນ.ມາລິສາ ຂຸນທະວົງ
3. ທ.ນົງຄານ ຈັນທະລັກ
4. ທ.ວິລະວົງ ສຸນດາລາ
No comments:
Post a Comment