Saturday, September 29, 2018

ຂໍຊົມເຊີຍ ແນວຄິດຂອງ ສ.ປ ຈີນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​” ໄດ້​ກາຍ​ເປັນ​ເວ​ທີ​ຮ່ວມ​ມື​ສາ​ກົນ​ຂະ​ໜາດ​ໃຫຍ່​ທີ່​ສຸດ

ວັນ​ທີ 28 ກັນ​ຍາ​ນີ້​ໃນ​ໂອ​ກາດ​ກ່າວ​ປາ​ໄສ​ໃນກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 73, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ສະ​ເໜີ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແມ່ນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ທີ່​ຈີນ​ສະ​ໜອງ​ໃຫ້​ແກ່​ທົ່ວ​ໂລກ, ໄດ້​ກາຍ​ເປັນ​ເວ​ທີ​ຮ່ວມ​ມື​ສາ​ກົນ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ. “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ໄດ້ຍຶດ​ໝັ້ນ​ໃນ​ຫຼັກ​ການປຶກ​ສາ​ຫາ​ລື​ກັນ, ການ​ສ້າງ​ສາ​ຮ່ວມ​ກັນ​ແລະ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ແລະ​ລະ​ບຽບ​ການ​ສາ​ກົນ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ໂປ່ງ​ໃສ, ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ, ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ຍືນ​ຍົງ, ຈຸດ​ປະ​ສົງ​ແມ່ນ​ບັນ​ລຸ​ການ​ພັດ​ທະ​ນາ​ແລະ​ຈະ​ເລີນ​ຮຸ່ນ​ເຮືອງ​ຮ່ວມ​ກັນ​ໂດຍ​ຜ່ານ​ການຊ່ວຍ​ຊູ​ຍູ້​ໜູນ​ກັນ. ມາ​ຮອດ​ເດືອນ​ກັນ​ຍາ​ປີ​ນີ້, ມີ 130 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ເຊັ່ນ​ສັນ​ຍາ​ຮ່ວມ​ມື​ກັບ​ຈີນ. ປີ​ໜ້າ​ຈີນ​ຈະ​ຈັດ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2, ​ຈີນຍິນ​ດີ​ຕ້ອນ​ຮັບ​ຝ່າຍ​ຕ່າງໆ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ.
ແຫຼ່ງຂ່າວຈາກ:  CRI

No comments:

Post a Comment

ເວັບໄຊທາງການຂອງອາຊຽນ (ASEAN)

ເວັບໄຊທາງການຂອງອາຊຽນ (ASEAN)ທີ່ຄວນຮູ້ໄວ້ເພື່ອເຂົ້າໄປຕິດຕາມການເຄືອນໄຫວ ຫຼື ຊອກຄົ້ນຫາຂໍ້ມູນຕ່າງໆກ່ຽວອາຊຽນ. https://asean.org/