ຂະນົບທຳນຽມ ແລະ ມາລະຍາດທີ່ຄວນຮູ້ໄວ້ ກ່ອນໄປປະເທດຍີ່ປຸ່ນ “6 ຂໍ້ທີ່ບໍ່ຄວນເຮັດ”
1. ບໍ່ຄວນຊີ້ນີ້ວມືໃສ່ຄົນອື່ນ ແລະ ຫ້າມຈ້ອງເບີ່ງຄົນອື່ນດົນ:
ການໃຊ້ນິ້ວມືໃສ່ຄົນອື່ນເປັນພຶດຕິກຳທີ່ເສຍມາລະຍາດ,ອີກຢ່າງຄົນຍີ່ປຸ່ນກໍບໍ່ຄຸ້ນເຄີຍກັບການຈ້ອງເບິ່ງຕາຄູ່ສົນທະນາດົນ.
2. ບໍ່ແຕ່ງໂຕໂດດເດັ່ນ: ຄົນຍີ່ປຸ່ນມັກໃຫ້ຄວາມສຳຄັນກັບຄວາມກົມກຶ່ນ ແລະ
ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຫລາຍກວ່າການເໜັ້ນຄວາມອິດສະຫລະ ຫລື
ລັກສະນະສະເພາະບຸກຄົນ ໂດຍຈະຢຶດຫຼັກການໃນການມີ
ຈິດໃຈແຫ່ງຄວາມກົມກຶ່ນ ທີ່ສົ່ງຜົນຫລັກຕໍ່ຄວາມສະຖຽນລະພາບ.
ດ້ວຍເຫດນີ້,ຄົນຈຳນວນຫຼາຍຈຶ່ງບໍ່ນິຍົມແຕ່ງຕົວໂດດເດັ່ນແຕກຕ່າງຈາກຄົນອື່ນ
3. ການສູບຢາຕາມທ້ອງຖະໜົນຖືເປັນພຶດຕິກຳທີ່ບໍ່ຄວນເຮັດ,
ສະຖານທີ່ຫ້າມສູບຢາສ່ວນຫລາຍຈະເປັນພື້ນທີ່ສາທາລະນະ ແລະ ຮ້ານອາຫານ,
ແຕ່ຈະມີພື້ນທີ່ໄວ້ໃຫ້ສູບຢາໂດຍສະເພາະ
4. ການແຍກຂີ້ເຫຍື້ອ:
ຫ້າມຖີ້ມຂີ້ເຫຍື້ອຊະຊາຍ,ຫາກບໍ່ມີຖັງຖີ້ມຂີ້ເຫຍື້ອຢູ່ໃກ້ຄ້ຽງ
ກໍຈະຕ້ອງເອົາຂີ້ເຫຍື້ອໃສ່ກະເປົ່າຕົນເອງກັບບ້ານ ແລະ
ເວລາຈະຖີ້ມຂີ້ເຫຍື້ອຈຳເປັນຕ້ອງແຍກປະເພດຂີ້ເຫຍື້ອເຊັ່ນ: ຂີ້ເຫຍື້ອຈູດໄດ້,
ຂີ້ເຫຍື້ອຈູດບໍ່ໄດ້, ກວດແກ້ວເປົ່າ ແລະ ກະຕຸກຢ່າງເປົ່າ ເປັນຕົ້ນ,ນອກຈາກນັ້ນ
ໃຫຖີ້ມຂີ້ເຫຍື້ອໃສ່ຖັງຂີ້ເຫຍື້ອທີ່ກຳນົດໄວ້.
5. ຮູ້ຮັກສາຄວາມສະອາດໂດຍບໍ່ສ້າງຄວາມເດືອດຮ້ອນໃຫ້ແກ່ຄົນອື່ນ:
ຄົນຍີ່ປຸ່ນຈະສອນໃຫ້ຮູ້ຮັກສາຄວາມສະອາດຕັ້ງແຕ່ຕອນຍັງເປັນເດັກນ້ອຍ,ໃນໂຮງຮຽນກໍມີເວລາໃຫ້ເດັກນ້ອຍໄດ້ທຳຄວາມສະອາດອີກດ້ວຍ.
ພ້ອມກັນນັ້ນ,ໃຊ້ສີ່ງຂອງຂອງສາທາລະນະຮ່ວມກັນຢ່າງທະນຸຖະຫນອມ
ແລະບໍ່ຄວນຖົ່ມນ້ຳລາຍ ໃສ່ຕາມທາງຍ່າງ
6. ຫ້າມເວົ້າສຽງດັງວົນແຊວໃນພື້ນທີ່ສາທາລະນະ:
ການເວົ້າສຽງດັງເກີນໄປຢູ່ໃນພື້ນທີ່ສາທາລະນະເຊັ່ນ: ຢູ່ໃນລົດໄຟ ແລະ
ລົດເມປະຈຳທາງ ຕະຫລອດຮອດການລົມໂທລະສັບຢູ່ໃນລົດໄຟ ຫລື
ລົດເມເປັນພຶດຕິກຳທີ່ບໍ່ຄວນເຮັດ
e-bookSTATION ເປັນບ່ອນລວບລ່ວມຂໍ້ມູນຕ່າງໆເຊັ່ນວ່າ: ເສດຖະກິດ,ການເມືອງ,ວັດທະນາທຳສັງຄົມທີ່ມາຈາກທົ່ວທຸກມູມໂລກທີ່ເປັນປະໂຫຍດມາແບ່ງປັນ ແລະ ນຳສະເໜີເປັນພາສາລາວ ແລະ ພາສາອັງກິດໃຫ້ນັກຮຽນ-ນັກສຶກສາລາວສາມາດອ່ານ ແລະ ຮູ້ເພື່ອເປັນປະໂຫຍດຕໍ່ການຂຽນບົດລາຍງານ,ໃນຊີວິດປະຈຳວັນ,ວຽກງານ ແລະ ອື່ນໆ
Subscribe to:
Post Comments (Atom)
ເວັບໄຊທາງການຂອງອາຊຽນ (ASEAN)
ເວັບໄຊທາງການຂອງອາຊຽນ (ASEAN)ທີ່ຄວນຮູ້ໄວ້ເພື່ອເຂົ້າໄປຕິດຕາມການເຄືອນໄຫວ ຫຼື ຊອກຄົ້ນຫາຂໍ້ມູນຕ່າງໆກ່ຽວອາຊຽນ. https://asean.org/

-
ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວແມ່ນປົກຄອງແບບປະຊາທິປະໄຕປະຊາຊົນເປັນເຈົ້າຂອງປະເທດຊາດ ເດີນຕາມລະບອບສັງຄົມນິຍົມ ໂດຍມີ ພັກປະຊາຊົນ ປະຕິວັດລາ...
-
ການທີ່ຮູ້ວ່າປະເທດຕົນເອງໄດ້ສ້າງສາຍພົວພັນການທູດນຳ,ມັນຈະເປັນປະໂຫຍດຍິ່ງຕໍ່ທ່ານ,ເພາະທ່ານສາມາດຕິດຕໍ່ພົວພັນ,ໄປມາຫາສູ່ກັນ ແລະ ພ້ອມທັງລົງທຶນຢູ່ໃນບັນ...
-
ບັນດາລາຍຊື່,ຂໍ້ມູນຕິດຕໍ່ ແລະ ເວັບໄຊ້ຂອງອົງການສາກົນທີ່ບໍ່ສັງກັດລັດຖະບານຕ່າງໆ ( iNGOs in Lao PDR)ທີ່ໄດ້ເຮັດວຽກຢູ່ ສປປ.ລາວທີ່ຄວນຮູ້ໄວ້ ເພື່ອຕ...
No comments:
Post a Comment