ຍັງອີກ...3 ເດືອນ, ປີ 2018ກໍຈະໝົດແລ້ວ ແລະ ປີ 2019 ກໍຈະເຂົ້າມາແທນ.
ເຈົ້າລືມເປົ້າໝາຍໃນຊີວິດຂອງເຈົ້າໄປແລ້ວບໍ່?. ຖ້າຮູ້ສຶກວ່າ ກຳລັງເມື່ອຍ ແລະ
ເບື່ອໜາຍກັບຊີວິດ,ກໍຈົ່ງຢ່າທໍ້ແທ້ ຫລື ຍ່ອມແພ້ໄປ ໃຫ້ຕັ້ງໃຈເຮັດຕໍ່ໄປ ແລ້ວ
ທຸກໆຢ່າງຈະງ່າຍຂື້ນເອງ,ແຕ່ຖ້າຫາກເຈົ້າເລີ່ມຮູ້ສຶກວ່າຕົນເອງເລີ່ມຫຼຸດອອກຈາກເປົ້າຫມາຍທີ່ຕັ້ງໄວ້ແລ້ວ
ກໍໃຫ້ຖືວ່າ: ນີ້ແລະ ຄື ໂອກາດດີທີ່ຈະກັບມາສູ້ໃຫມ່ອີກຄັ້ງ. ດັ່ງນັ້ນ
ລອງມາເອົາ7
ເຄັບລັບມານຳໃຊ້ໃນຊີວິດຕົນເອງເພື່ອຊ່ວຍເພີ່ມວິໄນຂອງຕົນເອງໃຫ້ຫລາຍຂື້ນ.
1. ເຮັດທຸກມື້ໃຫ້ດີທີ່ສຸດ:
ລອງມາເບິ່ງຄົນທີ່ປະສົບຄວາມສຳເລັດທີ່ຢູ່ໃກ້ຕົນເອງເຊັ່ນ:ຫມູ່ເພື່ອນ,ອ້າຍເອື້ອຍນ້ອງທີ່ຮູ້ຈັກ,ເພື່ອນຮ່ວມງານ,ອາຈານສອນ,ຫົວຫນ້າທີ່ຕົນເອງເຮັດວຽກນຳ
ຫລື ຄົນທີ່ມີຊື່ສຽງທີ່ເຈົ້າປປື້ມ ແລະ ຊື່ນຊົມ, ແລ້ວໃຫ້ຈິນຕະນາການວ່າ
ພວກເຂົາເຫຼົ່ານີ້ ຄິດ ແລະ ໃຊ້ຊີວິດແບບໃດ.
ໂດຍເຈົ້າຈະສັງເກດເຫັນບາງສິ່ງທີ່ຄືກັນນັ້ນກໍຄື:
ພວກເຂົາຕັ້ງໃຈໝັ້ນເຮັດທຸກມື້ໃຫ້ເຕັ້ມທີ່,ດັ່ງທີ່ ທ່ານ Matt Mayberry
ນັກຂຽນຂອງ ເວັບໄຊ້ Entrepreneur ກ່າວໄວ້ວ່າ:
ບໍ່ວ່າເຈົ້າຈະເຮັດຫຍັງ,ສິ່ງສຳຄັນຄືຕ້ອງພະຍາຍາມເຮັດໃຫ້ອອກມາດີທີ່ສຸດໃນທຸກໆມື້.
ເຈົ້າອາດຈະບໍ່ເຫັນຜົນຮັບໃນທັນທີ ຫລື ຕ່ອນນີ້
ແຕ່ມັນຈະຊັດເຈນຂື້ນເມື່ອເວລາຜ່ານໄປ ດັ່ງນັ້ນ ຈົ່ງເຮັດທຸກສິ່ງທຸກຢ່າງດ້ວຍໃຈ
ແລະ ເຮັດມັນໃຫ້ເຕັ້ມທີທີ່ສຸດ.
2. ນອນຫຼັບໃຫ້ພຽງພໍ:
ການທີ່ຈະປະສົບຄວາມສຳເລັດ ຫລື ການທີ່ຈະສາມາດຄວບຄຸ້ມ ແລະ
ມີວິໄນໃຫ້ຕົນເອງໄດ້ນັ້ນກໍຄື: ເຈົ້າຕ້ອງນອນຫຼັບໃຫ້ພຽງພໍ,
ຄົນສ່ວນຫລາຍມັກຈະຄິດວ່າ: ການນອນຫຼັບບໍ່ໄດ້ມີຜົນຕໍ່ການເຮັດວຽກງານ ຫລື
ອາລົມຂອງຕົນເອງ,ແຕ່ໃນຄວາມເປັນຈິ່ງແລ້ວ ມັນເປັນປັດໄຈສຳຄັນຫຼາຍ
ເພາະການນອນທີ່ດີຕໍ່ສຸຂະພາບນັ້ນກໍຄື:ການທີ່ເຮົາຄວນຕື່ນ ແລະ
ເຂົ້ານອນໃຫ້ຕົງເວລາເປັນປະຈຳ,ເຊິ່ງຖືວ່າເປັນວິໄນພື້ນຖານທີ່ເຮົາທຸກຄົນຄວນເຮັດ.
3. ຈັດລຳດັບຄວາມສຳຄັນສິ່ງຕ່າງໆໃຫ້ຖືກຕ້ອງ: ຢ່າມົວເສຍເວລາກັບເລື່ອງຈຸກຈິກ
ແລະ
ເລື່ອງທີ່ບໍ່ມີສາລະ.ເຈົ້າຕ້ອງຈັດລຳດັບຄວາມສຳຄັນສິ່ງທີ່ຕ້ອງເຮັດເປັນປະຈຳທຸກມື້.
ທ່ານ Jake Gibson ຜູ້ກໍ່ຕັ້ງ NerdWallet Jake ກ່າວວ່າ:
“ຄົນເຮົາຄວນໃສ່ໃຈກັບສິ່ງທີ່ເຮັດໃຫ້ເກີດຄວາມກ້າວຫນ້າເທົ່ານັ້ນ” ແລະ
ລືມເລື່ອງຄວາມສົມບູນແບບທີ່ຢູ່ໃນໂລກໃບນີ້,ຈົ່ງເລື່ອກເຮັດສິ່ງທີ່ຍາກທີ່ສຸດກ່ອນ
ແລະ ໂຟກັສກັບວຽກ ຫລື ສິ່ງທີ່ກຳລັງເຮັດໄປເທື່ອລະຢ່າງ.
ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ເຈົ້າຈັດລຳດັບຄວາມສຳຄັນຂອງວຽກງານ ແລະ
ຊີວິດຂອງເຈົ້າໄດ້ດີຂື້ນ. ມັນຈະຊ່ວຍໃຫ້ເຈົ້າມີວິໄນທີ່ດີ ແລະ
ສາມາດຄວບຄຸ້ມຕົນເອງໄດ້ດີຂື້ນອີກດ້ວຍ.
4. ຮຽນຮູ້ທີ່ຈະ”ປະຕິເສດ”:
ຄົນເຮົາມັກຈະລຳບາກໃຈທີ່ຈະເວົ້າວ່າ”ບໍ່”
ແຕ່ການຮູ້ຈັກການປະຕິເສດຢ່າງສຸພາບກັບຄົນອ້ອມຂ້າງ ແລະ
ໃກ້ຕົວນັ້ນເປັນສິ່ງສຳຄັນ.
ທຸກຄັ້ງທີ່ມີຄົນຂໍໃຫ້ເຈົ້າເຮັດບາງສິ່ງບາງຢ່າງໃຫ້,ສິ່ງສຳຄັນຄື:
ເຈົ້າຕ້ອງທົບທວນຕົນເອງກ່ອນວ່າ ມັນເກີດປະໂຫຍດຕໍ່ຕົນເອງ ຫລື ທຸລະກິດຂອງຕົນເອງ
ຫລື ບໍ່.
ການເຮັດອັນໃດທີ່ເກີນຄວາມສາມາດຂອງຕົນເອງອາດຈະເຮັດໃຫ້ຕົນເອງລືມເປົ້າຫມາຍຂອງຕົນທີ່ແທ້ຈິງຄືຫຍັງກັນແທ້,
ແຖມຍັງເຮັດໃຫ້ແຜນການຕ່າງໆທີ່ເຈົ້າຕັ້ງໄວ້ນັ້ນບໍ່ຄືເກົ່າ.
5.
ຮູ້ຈັກໃຫ້ອະໄພຕົນເອງ: ການອົດນອນ ເພາະ
ມົວແຕ່ຄິດເລື່ອງຄວາມຜິດພາດເລັກນ້ອຍທີ່ເປັນເລື່ອງບໍ່ສົມເຫດສົມຜົນ
ແທນທີ່ຈະປ່ອຍໃຫ້ຕົນເອງຢູ່ໃນຄວາມຮູ້ສຶກຜິດ ຫລື
ເສຍໃຈແລ້ວຮຽນຮູ້ຈາກມັນແລ້ວກ້າວຕໍ່ໄປຂ້າງຫນ້າ
ເພາະຫາກເຈົ້າປ່ອຍໃຫ້ເລື່ອງນັ້ນຖວງດຶງເຈົ້າໄວ້,ຄວາມຮູ້ສຶກນນັ້ນກໍຈະສົ່ງຜົນເສຍຕໍ່ດ້ານອື່ນໆໃນຊີວິດ
ລ່ວມໄປເຖິງເປົ້າຫມາຍຂອງເຈົ້າອີກດ້ວຍ. ດັ່ງນັ້ນ ຈົ່ງຮຽນຮູ້ຈາກອະດີດ
ແຕ່ຢ່າຈົມຢູ່ກັບມັນ ແລະ
ຈົ່ງໃຊ້ປະສົບການເຫຼົ່ານັ້ນມາເປັນບົດຮຽນເພື່ອປັບປຸງຕົນເອງ, ໃຫ້ອະໄພຕົນເອງ
ແລະ ຜູ້ອື່ນ ແລ້ວມຸ່ງໝັ້ນໃນການເຮັດຕາມເປົ້າຫມາຍທີ່ວາງໄວ້ຕໍ່ໄປດີກວ່າ.
6. ຮຽນຮູ້ທີ່ຈະກ້າວອອກຈາກ Comfort Zone:
ການເດີນທາງໄປສູ່ເປົ້າຫມາຍຍ່ອມມີອຸປະສັກເປັນເລື່ອງທຳມະດາ,
ອາດຈະມີບາງເທື່ອທີ່ເຈົ້າອາດຈະຮູ້ສຶກອຶດອັດ ແລະ ລຳບາກໃຈ
ແຕ່ສິ່ງສຳຄັນທີ່ສຸດກໍຄືເຈົ້າຕ້ອງອົດທົນ ແລະ
ຍ່ອມຮັບຄວາມຮູ້ສຶກເຫຼົ່ານີ້ໃຫ້ໄດ້ ເພື່ອຈະໄດ້ເຕີບໂຕ ແລະ ເຂັ້ມແຂງຂື້ນ.
ຈົ່ງກ້າວອອກຈາກຈຸດທີ່ເຄີຍເຮັດ
ເຫຼົ່ານັ້ນເພື່ອໃຫ້ໄດ້ມີໂອກາດເຮັດໃນສິ່ງທີ່ເຈົ້າບໍ່ເຄີຍຄິດວ່າເຮັດໄດ້
ພ້ອມທັງຊ່ວຍສ້າງວິໄນໃຫມ່ໃຫ້ຕົນເອງ ແລະ
ເພີ່ມແຮງຈູງໃຈຫລາຍຂື້ນໃຫ້ກັບເຈົ້າມຸ່ງໄປສູ່ເປົ້າຫມາຍໄດ້ໄວຂື້ນອີກດ້ວຍ.
7. ໃຫ້ເບີ່ງເຫັນພາບຄວາມສຳເລັດຂອງເຈົ້າຢູ່ສະເຫມີ: ຈົ່ງຈິນຕະນາການພາບອະນາຄົດ
ແລະ ຄວາມສຳເລັດຂອງເຈົ້າໄວ້
ແລ້ວມັນຈະສົ່ງຜົນໃຫ້ເຈົ້າສາມາດສະແດງສັກກະຍະພາບສູງສຸດຂອງຕົນເອງອອກມາໄດ້ງ່າຍຂື້ນ
ເພາະ ເມື່ອເຈົ້າເບິ່ງເຫັນພາບອະນາຄົດທີ່ເຈົ້າຕ້ອງການຢ່າງຊັດເຈັນ ຮ່າງກາຍ
ແລະ
ຈິດໃຈຂອງເຈົ້າຈະພະຍາຍາມຜັກດັນຕົນເອງໃຫ້ກ້າວໄປສູ່ຈຸດນັ້ນໃຫ້ໄດ້ຢ່າງແນ່ນອນ.
e-bookSTATION ເປັນບ່ອນລວບລ່ວມຂໍ້ມູນຕ່າງໆເຊັ່ນວ່າ: ເສດຖະກິດ,ການເມືອງ,ວັດທະນາທຳສັງຄົມທີ່ມາຈາກທົ່ວທຸກມູມໂລກທີ່ເປັນປະໂຫຍດມາແບ່ງປັນ ແລະ ນຳສະເໜີເປັນພາສາລາວ ແລະ ພາສາອັງກິດໃຫ້ນັກຮຽນ-ນັກສຶກສາລາວສາມາດອ່ານ ແລະ ຮູ້ເພື່ອເປັນປະໂຫຍດຕໍ່ການຂຽນບົດລາຍງານ,ໃນຊີວິດປະຈຳວັນ,ວຽກງານ ແລະ ອື່ນໆ
Subscribe to:
Post Comments (Atom)
ເວັບໄຊທາງການຂອງອາຊຽນ (ASEAN)
ເວັບໄຊທາງການຂອງອາຊຽນ (ASEAN)ທີ່ຄວນຮູ້ໄວ້ເພື່ອເຂົ້າໄປຕິດຕາມການເຄືອນໄຫວ ຫຼື ຊອກຄົ້ນຫາຂໍ້ມູນຕ່າງໆກ່ຽວອາຊຽນ. https://asean.org/

-
ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວແມ່ນປົກຄອງແບບປະຊາທິປະໄຕປະຊາຊົນເປັນເຈົ້າຂອງປະເທດຊາດ ເດີນຕາມລະບອບສັງຄົມນິຍົມ ໂດຍມີ ພັກປະຊາຊົນ ປະຕິວັດລາ...
-
ການທີ່ຮູ້ວ່າປະເທດຕົນເອງໄດ້ສ້າງສາຍພົວພັນການທູດນຳ,ມັນຈະເປັນປະໂຫຍດຍິ່ງຕໍ່ທ່ານ,ເພາະທ່ານສາມາດຕິດຕໍ່ພົວພັນ,ໄປມາຫາສູ່ກັນ ແລະ ພ້ອມທັງລົງທຶນຢູ່ໃນບັນ...
-
ບັນດາລາຍຊື່,ຂໍ້ມູນຕິດຕໍ່ ແລະ ເວັບໄຊ້ຂອງອົງການສາກົນທີ່ບໍ່ສັງກັດລັດຖະບານຕ່າງໆ ( iNGOs in Lao PDR)ທີ່ໄດ້ເຮັດວຽກຢູ່ ສປປ.ລາວທີ່ຄວນຮູ້ໄວ້ ເພື່ອຕ...
No comments:
Post a Comment