Sunday, September 30, 2018

ວັນທີ່ຈົບການສຶກສາບໍ່ແມ່ນຈຸດສິ້ນສຸດ,ແຕ່ເປັນຈຸດທີ່ກຳລັງເລີ່ມຕົ້ນຂື້ນ



ບາງຄົນ,ບາງກຸ່ມ ແລະ ບາງຜູ້ປົກຄອງອາດຄິດວ່າ: ເມື່ອລູກ ຫລື ຕົນເອງຮຽນຈົບແລ້ວ, ກໍບໍ່ຈຳເປັນຕ້ອງຮຽນ ແລະ ກະບໍ່ຕ້ອງສຶກສາຮຳຮຽນຫຍັງຕໍ່ເຕີ່ມອີກແລ້ວ.
ໃນທົ່ວໂລກນີ້ມີປະຊາກອນປະມານ 7 ພັນລ້ານຄົນ, ຂ້ອຍກໍ່ແມ່ນ1ໃນ7ພັນລ້ານຄົນ. ຂ້ອຍເຊື່ອວ່າທຸກຄົນມີເປົ້າຫມາຍຊີວິດ ແລະ ຄວາມຝັນ. ເປົ້າໝາຍ ແລະ ຄວາມຝັນນັ້ນກໍຄື: ຕ້ອງການຮຽນຈົບ,ເຮັດວຽກຕາມອົງກອນຕ່າງໆທັງລັດ ແລະ ເອກະຊົນ ຫລື ເຮັດທຸລະກິດເປັນຂອງຕົນເອງ ເພື່ອດຳລົງຊີວິດຢູ່ໃນໂລກໃບນີ້ ແລະ ເພື່ອໃຫ້ຊີວິດຕົນເອງດີຂື້ນເລື່ອຍໆ.
ດັ່ງທີ່ພວກເຮົາຮູ້ກັນແລ້ວວ່າ: ການທີ່ຈົບການສຶກສາ,ມັນຄືສັນຍາລັກທາງປະເພນີຂອງການສິ້ນສຸດການຮຽນຮູ້, ແຕ່ຫລັງຈາກງານສະຫລອງໃບປະກາດຈົບ ແລະ ຊີວິດຈິງຂອງເຈົ້າກໍໄດ້ເລີ່ມຕົ້ນຂື້ນແລ້ວ.ໃນເມື່ອຫລັງຈາກທີ່ເຈົ້າຈົບການສຶກສາແລ້ວ,ຖ້າຫາກເຈົ້າບໍ່ສືບຕໍ່ສຶກສາຫາຄວາມຮູ້ ຫລື ສືບຕໍ່ພັດທະນາຕົນເອງນັ້ນຄື ເຈົ້າກຳລັງຢຸດຄວາມກ້າວຫນ້າໃນອາຊີບການງານຂອງເຈົ້າເອງໂດຍປະລິນຍາຍ.ໃນການທີ່ເຈົ້າໄດ້ໄປເຖິງຄວາມຝັນຂອງເຈົ້າເປັນທີ່ຮຽບຮ້ອຍແລ້ວນັ້ນ,ການສຶກສານີ້ແລະຄືອົງປະກອບຄວາມສຳຄັນໃນການເດີນທາງສູ່ຄວາມສຳເລັດໃນຊີວິດຂອງເຈົ້າ, ບໍ່ວ່າເຈົ້າຢາກຈະຝັນເປັນຫຍັງ? ຖ້າຫາກເຈົ້າທຸມເທເວລາໃຫ້ກັບມັນ,ສຶກສາຫາຄວາມຮູ້ກ່ຽວກັບມັນແລ້ວ, ສິ່ງໆນັ້ນຈະນຳພາເຈົ້າໄປສູ່ຄວາມສຳເລັດໄດ້ຢ່າງແນ່ນອນ,ພ້ອມກັນນັ້ນໂອກາດອື່ນໆກໍຈະເປີດໃຫ້ກັບຕົວເຈົ້າເອງຫລາຍຂື້ນຫລາຍຂື້ນ.ດັ່ງນັ້ນ,ເຈົ້າຢ່າຍ່ອມຈຳນົນ ຫລື ຢຸດ ຕໍ່ການສຶກສາຮຳຮຽນ. ເຈົ້າຕ້ອງເຮັດໃຫ້ໂລກແຫ່ງຄວາມເປັນຈິງຂອງເຈົ້າໃຫ້ກ່າຍເປັນມະຫາວິທະຍາໄລຊີວິດຂອງເຈົ້າເອງ,ເປັນຫ້ອງຮຽນຮູ້ຂອງເຈົ້າ,ເປັນອາຈານສອນຂອງເຈົ້າ. ສັດຕູເລກຫນຶ່ງຂອງຄົນເຮົາທຸກມື້ນີ້ກໍຄື  
ຂໍ້ອ້າງ
ຂໍ້ອ້າງກໍຄື: ຂ້ອຍບໍ່ຮູ້ວ່າຈະໄປຫາຄວາມຮູ້ຢູ່ໃສດີ? ຂ້ອຍບໍ່ຮູ້ວ່າຈະເຮັດຫຍັງດີ ແລະ ຂ້ອຍກະບໍ່ຮູ້ຈັກໃຜເລີຍທີ່ປະສົບຄວາມສຳເລັດ , ຂ້ອຍຮຽນຈົບແລ້ວ,ຂ້ອຍມີວຽກເຮັດງານທຳແລ້ວ,ພໍ່ແມ່ຂ້ອຍມີທຸລະກິດໃຫ້ເຮັດແລ້ວ. ຂໍ້ອ້າງນີ້ແລະ ຄືສັດຕູເລກຫນຶ່ງຂອງຄວາມກ້າວຫນ້າໃນຊີວິດຂອງເຈົ້າ. ເຈົ້າຕອ້ງຈືໄວ້ໂລດວ່າ: ຢູ່ໃນໂລກໃບນີ້ບໍ່ມີໃຜທີ່ຈະມາບອກ,ບັງຄັບເຈົ້າໃຫ້ເຮັດນີ້ເຮັດນັ້ນ ຫລື ມາຈັບມືເຈົ້າພາເຈົ້າເຮັດນີ້ເຮັດນັ້ນເພື່ອໃຫ້ເຈົ້າປະສົບຄວາມສຳເລັດ. ເມື່ອເປັນແນວນີ້,ໃຫ້ຄິດຫາຕົນເອງໂລດວ່າ: ເຈົ້າເປັນໃຜ ໃນໂລກແຫ່ງຄວາມເປັນຈິງແລ້ວ, ເຈົ້າຕ້ອງເປັນຄົນສອນຕົນເອງ,ຕ້ອງເປັນມະຫາວິທະຍາໄລຊີວິດຂອງເຈົ້າເອງ,ເປັນຫ້ອງຮຽນສຳລັບຕົນເອງ,ເປັນອາຈານຂອງຕົນເອງ, ເຈົ້າຕ້ອງຮຽນດ້ວຍຕົນເອງ,ເຈົ້າຕ້ອງນຳຕົນເອງ,ເຈົ້າຕ້ອງບັງຄັບຕົນເອງ,ເຈົ້າຕ້ອງຂັບຕົນເອງໄປຄືກັບລົດ,ເຈົ້າຕ້ອງຍ່າງດ້ວຍຕົນເອງໄປທາງຫນ້າ ເພື່ອໄປຫາຄວາມສຸກ,ຄວາມສຳເລັດທີ່ເຈົ້າຕ້ອງການປາດຖະຫນາທີ່ຢາກຈະເປັນ.ດັ່ງນັ້ນ ບໍ່ຄວນຫາຂໍ້ອ້າງເລີຍວ່າ: ຂ້ອຍບໍ່ຮູ້ ແລະ ຂ້ອຍຄວນຈະເຮັດແນວໃດດີ? ປະໂຫຍກທີ່ວ່າ: ຂ້ອຍບໍ່ຮູ້ນີ້ແລະ ມັນຄື ຂໍ້ອ້າງເບີ 1 ຂອງໂລກ. ເຈົ້າຮູ້ບໍ່ວ່າເປັນຫຍັງ?ເຈົ້າຄືບໍ່ຮູ້, ເພາະເຈົ້າບໍ່ເຄີຍສອນຕົນເອງເລີຍວ່າຄວນເຮັດແນວໃດດີ. ເຈົ້າບໍ່ເຄີຍເລີຍ ກະທັງທີ່ຢາກຈະຮູ້ມັນດ້ວຍຊຳ ເພາະຫຍັງ? ເພາະມັນງ່າຍກວ່າທີ່ເຈົ້າຈະປະຕິເສດມັນ ແລະ ຍ່ອມແພ້ວ່າຂ້ອຍບໍ່ເຮັດອີກແລ້ວ.ປະໂຫຍກທີ່ວ່າ: ຂ້ອຍບໍ່ເຮັດແລ້ວນີ້ແລະ ມັນງ່າຍກວ່າ. ວ່າຄືຂ້ອຍບໍ່??
 ສິ່ງທີ່ຂ້ອຍຢາກຈະແນະນຳໃຫ້ເຈົ້າພັດທະນາກໍຄື: ການອັບເກດຕົນເອງ,ມັນກໍຄືການຫລີ້ນເກມ,ຂ້ອຍຄິດວ່າທຸກໆຄົນອາດຈະເຄີຍຫລີ້ນເກມ,ກະທັງຕອນນີ້ ການຫຼີ້ນເກມກໍຍັງເປັນທີ່ນິຍົມຢູ່.ສະນັ້ນໃຫ້ຄິດຄືກັບການຫຼີ້ນເກມ,ເມື່ອແອບເກມຢູ່ໃນໂທລະສັບ ຫລື ຄອມພິວເຕີຂອງເຈົ້າຊ້າ ຫລື ຫລີ້ນບໍ່ໄດ້.ເຈົ້າກໍຈະຊອກຫາວິທີທາງເພື່ອໃຫ້ໄດ້ຫລີ້ນເກມນັ້ນ.ສິ່ງທຳອິດທີ່ເຈົ້າຈະຕ້ອງເຮັດກໍຄື ຕ້ອງອັບເກດແອບເກມນັ້ນ ຫລື ເອົາເວີເຊີ້ນໂຕໃຫມ່ທີ່ມັນດີກວ່າເພື່ອຈະໃຫ້ເຈົ້າໄດ້ຫລີ້ນມັນອີກຄັ້ງພ້ອມທັງເຮັດໃຫ້ການຫລີ້ນເກມຂອງເຈົ້າໄວ້ຂື້ນກວ່າເກົ່າ. ສະນັ້ນໃນເມື່ອ ເຈົ້າຢາກຈະໄປສູ່ຄວາມສຳເລັດ,ຢາກຈະໃຫ້ຊີວິດຕົນເອງດີຂື້ນ ແລະ ຮູ້ໂລກຫລາຍຂື້ນ,ເຈົ້າກໍຕ້ອງອັບເກດຕົນເອງຄືກັບການອັບເກດແອບເກມເຊັ່ນກັນ. ເຈົ້າຕ້ອງພັດທະນາ ແລະ ອັບເກດຕົນເອງໄປເລື່ອຍໆຈົນບໍ່ໃຫ້ມີມື້ສິ້ນສຸດ. ໃນຍຸກປັດຈຸບັນນີ້ເປັນຍຸກແຫ່ງຂໍ້ມູນຂ່າວສານ,ເປັນຍຸກໄຮ້ພົມແດນ ທຸກໆປະເທດສາມາດເຊື່ອມຕໍ່ກັນ,ໄປມາຫາສູ່ກັນໄດ້ ແລະ ສາມາດສືສານເຊິງກັນແລະ ກັນໄດ້ໃນທຸກໆດ້ານເຊັ່ນວ່າ: ດ້ານເສດຖະກິດ,ການເມືອງ ແລະ ວັດທະນາທຳ-ສັງຄົມ. ເຈົ້າສາມາດຊອກຫາຄວາມຮູ້ໄດ້ຫລາຍຂື້ນ ແລະ ຫລາຍວິທີທາງ. ໂອກາດຫລາຍ ແລະ ມັນງ່າຍຫຼາຍ ເພາະວ່າ ປັດຈຸບັນນີ້ ພວກເຮົາມີ ຫ້ອງສະມຸດສຳລັບອ່ານ,ມີປື້ມ, ມີຫນັງສື ແລະ ອິນເຕີເນັດທີ່ສາມາດເຂົ້າໄດ້ທຸກເວລາ. ເຈົ້າສາມາດຊອກຫາມັນໄດ້ຢູ່ພຽງປາຍນິ້ວມືຂອງເຈົ້າເອງ.ເຈົ້າສາມາດຄົ້ນຫາຫຍັງກໍໄດ້ທີ່ເຈົ້າຕ້ອງການຢາກຈະເຮັດ, ສິ່ງທີ່ເຈົ້າຢາກຈະເປັນ, ສິ່ງທີ່ເຈົ້າຢາກຈະຮູ້ຢາກຈະເຫັນ ແລະ ສິ່ງທີ່ເຈົ້າມີຄວາມສົນໃຈ. ເມື່ອເຈົ້າສຶກສາຫາຄວາມຮູ້ໄປເລື່ອຍໆໃນດ້ານທີ່ເຈົ້າມີຄວາມສົນໃຈ,ເຈົ້າຍິ່ງຈະເພີ່ມພູນຄວາມຮູ້ນັ້ນຂື້ນໄປເລື່ອຍໆ, ລະແລ້ວເຈົ້າກໍຈະກ່າຍເປັນຜູ້ຊ່ຽວຊານ,ເກັ່ງຂື້ນໃນສາຍນັ້ນ ແລະ ສາຂານັ້ນໆ.ສິ່ງສຳຄັນເມື່ອເຈົ້າໄດ້ຮັບຄວາມຮູ້ມາ ແລະ ສຶກສາມັນແລ້ວ. ເຈົ້າກໍຕ້ອງນຳເອົາຄວາມຮູ້ນັ້ນມາປັບໃຊ້ໃນຊີວິດປະຈຳວັນ ແລະ ຊີວິດຕົວຈິງຂອງເຈົ້າເອງ. ສະນັ້ນ ຂ້ອຍຢາກໃຫ້ເຈົ້າລອງເຮັດ, ລອງປະຕິບັດເບິ່ງ. "ການລົງທຶນທີ່ໃຫ້ຜົນຕອບແທນຫລາຍທີ່ສຸດ ກໍຄືການລົງທຶນກ່ຽວກັບຄວາມຮູ້ ແລະ ການລົງທຶນເພື່ອໃຫ້ຕົນເອງ"



No comments:

Post a Comment

ເວັບໄຊທາງການຂອງອາຊຽນ (ASEAN)

ເວັບໄຊທາງການຂອງອາຊຽນ (ASEAN)ທີ່ຄວນຮູ້ໄວ້ເພື່ອເຂົ້າໄປຕິດຕາມການເຄືອນໄຫວ ຫຼື ຊອກຄົ້ນຫາຂໍ້ມູນຕ່າງໆກ່ຽວອາຊຽນ. https://asean.org/