Saturday, October 13, 2018

ລາຍຊື່: ທ່ານປະທານປະເທດຂອງ ສປປ.ລາວ (President of Lao PDR) ແຕ່ອາດີດ ເຖິງ ປັດຈຸບັນນີ້




  •  ການປົກຄອງຂອງ ສປປ.ລາວ (Lao PDR)

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ຊື່ຫຍໍ້: ສປປ ລາວ) ໄດ້ຖືກສະຖາປະນາຂື້ນໃນວັນທີ 2 ທັນວາ 1975 ໂດຍຢຶດຖືການປົກຄອງ ແບບປະຊາທິປະໄຕປະປາຊົນ ເດີນຕາມລະບອບສັງຄົມນິຍົມໂດຍມີພັກປະຊາຊົນປະຕິວັດລາວເປັນຜູ້ນຳພາ ເຊິ່ງແມ່ນ ປະທານປະເທດ ເປັນເລຂາທິການໃຫຍ່ຂອງພັກ ແລະ ທັງເປັນປະມຸກລັດອີກດ້ວຍ. ມີນາຍົກລັດຖະມົນຕີ ເປັນຫົວໜ້າລັດຖະບານ.

  • ທ່ານປະທານປະເທດຂອງ ສປປ.ລາວ (President of Lao PDR)
ນັບຕັ້ງແຕ່ ວັນທີ 2 ທັນວາ ປີ 1975 ມາຮອດປັດຈຸບັນນີ້ມີດັ່ງລຸ່ມນີ້:
1. ທ່ານ ເຈົ້າສຸພານຸວົງ ,ໄລຍະດຳລົງຕຳແຫນ່ງແຕ່ ວັນທີ 2 ທັນວາ ປີ 1975 - ວັນທີ 15 ສິງຫາ ປີ 1991
2. ທ່ານ ພູມີ ວົງວິຈິດ(ຮັກສາການແທນເຈົ້າສຸພານຸວົງ),ໄລຍະດຳລົງຕຳແຫນ່ງແຕ່ວັນທີ 31 ຕຸລາ ປີ 1986 - ວັນທີ 15 ສິງຫາ ປີ 1991.
3. ທ່ານ ໄກສອນ ພົມວິຫານ, ໄລຍະດຳລົງຕຳແຫນ່ງແຕ່ ວັນທີ 15 ສິງຫາ ປີ 1991 - ວັນທີ 21 ພະຈິກ ປີ 1992
4. ທ່ານ ໜູຮັກ ພູມສະຫວັນ,ໄລຍະດຳລົງຕຳແຫນ່ງແຕ່ ວັນທີ 25 ພະຈິກ ປີ 1992 -ວັນທີ 22 ກຸມພາ ປີ 1998
5. ທ່ານ ຄຳໄຕ ສີພັນດອນ,ໄລຍະດຳລົງຕຳແຫນ່ງແຕ່ ວັນທີ 24 ກຸມພາ ປີ 1998 - ວັນທີ 8 ມິຖຸນາ ປີ 2006
6. ທ່ານ ຈູມມະລີ ໄຊຍະສອນ,ໄລຍະດຳລົງຕຳແຫນ່ງແຕ່ ວັນທີ 8 ມິຖຸນາ ປີ 2006 - ວັນທີ 20 ເມສາ ປີ 2016
7. ທ່ານ ບຸນຍັງ ວໍລະຈິດ, ໄລຍະດຳລົງຕຳແຫນ່ງແຕ່ ວັນທີ 20 ເມສາ ປີ 2016- ປັດຈຸບັນນີ້.

     cr photo: google

No comments:

Post a Comment

ເວັບໄຊທາງການຂອງອາຊຽນ (ASEAN)

ເວັບໄຊທາງການຂອງອາຊຽນ (ASEAN)ທີ່ຄວນຮູ້ໄວ້ເພື່ອເຂົ້າໄປຕິດຕາມການເຄືອນໄຫວ ຫຼື ຊອກຄົ້ນຫາຂໍ້ມູນຕ່າງໆກ່ຽວອາຊຽນ. https://asean.org/