e-bookSTATION ເປັນບ່ອນລວບລ່ວມຂໍ້ມູນຕ່າງໆເຊັ່ນວ່າ: ເສດຖະກິດ,ການເມືອງ,ວັດທະນາທຳສັງຄົມທີ່ມາຈາກທົ່ວທຸກມູມໂລກທີ່ເປັນປະໂຫຍດມາແບ່ງປັນ ແລະ ນຳສະເໜີເປັນພາສາລາວ ແລະ ພາສາອັງກິດໃຫ້ນັກຮຽນ-ນັກສຶກສາລາວສາມາດອ່ານ ແລະ ຮູ້ເພື່ອເປັນປະໂຫຍດຕໍ່ການຂຽນບົດລາຍງານ,ໃນຊີວິດປະຈຳວັນ,ວຽກງານ ແລະ ອື່ນໆ
Tuesday, October 16, 2018
ລາຍຊື່ ນາຍົກລັດຖະມົນຕີຂອງ ສປປ.ລາວ ນັບແຕ່ ສະຖາປະນາປະເທດ(2 ທັນວາ ປີ 1975)ເປັນຕົນມາ....
ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວແມ່ນປົກຄອງແບບປະຊາທິປະໄຕປະຊາຊົນເປັນເຈົ້າຂອງປະເທດຊາດ ເດີນຕາມລະບອບສັງຄົມນິຍົມ ໂດຍມີ ພັກປະຊາຊົນ ປະຕິວັດລາວເປັນຜູ້ນຳພາ, ປະທານປະເທດເປັນປະມຸກແຫ່ງລັດ ແລະ ມີນາຍົກລັດຖະມົນຕີເປັນຫົວຫນ້າລັດຖະບານ,ໂດຍມີສະມາຊິກຄະນະລັດຖະບານເປັນຜູ້ຊ່ວຍບໍລິຫານ.
ລາຍຊື່ ນາຍົກລັດຖະມົນຕີຂອງ ສປປ.ລາວ ນັບແຕ່ ສະຖາປະນາປະເທດ(2 ທັນວາ ປີ 1975)ມາຈົນເຖິງ ປັດຈຸບັນນີ້ມີທັງໝົດ 7ຄົນ ດັງລຸ່ມນີ້:
7. ທ່ານ ທອງລຸນ ສີສຸລິດ,ໄລຍະດຳລົງຕຳແຫນ່ງວັນທີ 20 ເມສາ ປີ 2016 ຫາ ປັດຈຸບັນນີ້.
6. ທ່ານ ທອງສິງ ທຳມະວົງ,ໄລຍດຳລົງຕຳແຫນ່ງວັນທີ 23 ທັນວາ ປີ 2010 ຫາ ວັນທີ 20 ເມສາ ປີ 2016
5. ທ່ານ ບົວສອນ ບຸບພາວັນ,ໄລຍະດຳລົງຕຳແຫນ່ງ ວັນທີ 8 ມິຖຸນາ ປີ 2006 ຫາ ວັນທີ 23 ທັນວາ ປີ 2010
4. ທ່ານ ບຸນຍັງ ວໍລະຈິດ,ໄລຍະດຳລົງຕຳແຫນ່ງ ວັນທີ 27 ມີນາ ປີ 2001 ຫາ ວັນທີ 8 ມິຖຸນາ ປີ 2006
3. ທ່ານ ສີສະຫວາດ ແກ້ວບຸນພັນ,ໄລຍະດຳລົງຕຳແຫນ່ງ ວັນທີ 24 ກຸມພາ ປີ 1998 ຫາ ວັນທີ 27 ມີນາ ປີ 2001
2. ທ່ານ ຄຳໄຕ ສິພັນດອນ, ໄລຍະດຳລົງຕຳແຫນ່ງ ວັນທີ 15 ສິງຫາ ປີ 1991 ຫາ ວັນທີ 24 ກຸມພາ ປີ 1998
1. ທ່ານ ໄກສອນ ພົມວິຫານ, ໄລຍະດຳລົງຕຳແຫນ່ງ ວັນທີ 8 ທັນວາ ປີ 1975 ຫາ ວັນທີ 15 ສິງຫາ ປີ 1991
cr photo: google
Subscribe to:
Post Comments (Atom)
ເວັບໄຊທາງການຂອງອາຊຽນ (ASEAN)
ເວັບໄຊທາງການຂອງອາຊຽນ (ASEAN)ທີ່ຄວນຮູ້ໄວ້ເພື່ອເຂົ້າໄປຕິດຕາມການເຄືອນໄຫວ ຫຼື ຊອກຄົ້ນຫາຂໍ້ມູນຕ່າງໆກ່ຽວອາຊຽນ. https://asean.org/

-
ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວແມ່ນປົກຄອງແບບປະຊາທິປະໄຕປະຊາຊົນເປັນເຈົ້າຂອງປະເທດຊາດ ເດີນຕາມລະບອບສັງຄົມນິຍົມ ໂດຍມີ ພັກປະຊາຊົນ ປະຕິວັດລາ...
-
ການທີ່ຮູ້ວ່າປະເທດຕົນເອງໄດ້ສ້າງສາຍພົວພັນການທູດນຳ,ມັນຈະເປັນປະໂຫຍດຍິ່ງຕໍ່ທ່ານ,ເພາະທ່ານສາມາດຕິດຕໍ່ພົວພັນ,ໄປມາຫາສູ່ກັນ ແລະ ພ້ອມທັງລົງທຶນຢູ່ໃນບັນ...
-
ບັນດາລາຍຊື່,ຂໍ້ມູນຕິດຕໍ່ ແລະ ເວັບໄຊ້ຂອງອົງການສາກົນທີ່ບໍ່ສັງກັດລັດຖະບານຕ່າງໆ ( iNGOs in Lao PDR)ທີ່ໄດ້ເຮັດວຽກຢູ່ ສປປ.ລາວທີ່ຄວນຮູ້ໄວ້ ເພື່ອຕ...
No comments:
Post a Comment