ປະເທດຍີ່ປຸ່ນຖືວ່າເປັນດິນແດນທີ່ເກີດໄພພິພັດທາງທຳມະຊາດເປັນປະຈຳ,ໂດຍສະເພາະ ແມ່ນແຜ່ນດິນໄຫວ ແລະ ສຶນະມິ ທີ່ຂ້າຊີວິດຜູ້ຄົນຫຼາຍຮ້ອຍຄົນ ແລະ ເຮັດໃຫ້ປະເທດມີຄວາມເສຍຫາຍຫລາຍ, ແຕ່ປະເທດຍີ່ປຸ່ນກໍເປັນປະເທດຫນຶ່ງທີ່ມີລະບົບການເຕື່ອນໄພທີ່ດີທີ່ເປັນອັນດັບຕົ້ນໆຂອງໂລກກໍວ່າໄດ້.
ການເຕື່ອນໄພແຜ່ນດິນໄຫວຂອງປະເທດຍີ່ປຸ່ນແມ່ນມີປະສິດທິພາບດີຫລາຍ,ໂດຍສະເພະລະບົບທີ່ເອີ້ນວ່າ: Earthquake Early Warning (EEW) ທີ່ຕິດຕັ້ງວັດແຮງສັ່ນສະເທື່ອນໄວ້ຢູ່ທົ່ວປະເທດຕະຫລອດຮອດໃນທະເລຂອງຍີ່ປຸ່ນ. ຖ້າມັນຈັບແຮງສັ່ນສະເທື່ອນແຜ່ນດິນໄຫວໄດ້,ມັນກໍຈະສົ່ງສັນຍານເຕື່ອນທັນທີ່ໂລດ.
ການສົ່ງສັນຍານເຕື່ອນຈະມີຂັ້ນຕອນຕ່າງໆເປັນລະບົບດັ່ງລຸ່ມນີ້:
1. ຮັບສັນຍານອັນຕະລາຍ
2. ເຕື່ອນໄປທີ່ກົມອຸຕຸນິຍົມວິທະຍາທີ່ໃກ້ທີ່ສຸດ
3. ສົ່ງສັນຍານໄປທີ່ສະຖານນີໂທລະທັດ,ວິທະຍຸ,ໂທລະສັບມືຖືໃນເຂດທີ່ໃກ້ຄ້ຽງ
4. ສົ່ງສັນຍານໄປທີ່ກົມອຸຕະນິຍົມວິທະຍາ ແລະ ສື່ຕ່າງໆທົ່ວປະເທດ
ລະບົບທັງໝົດເຫຼົ່ານີ້ຈະໃຊ້ເວລາພຽງ 5 ຫາ 15 ນາທີເທົ່ານັ້ນ,ເຮົາກໍສາມາດຮັບຮູ້ຂ່າວຢ່າງວ່ອງໄວ ແລະ ສາມາດອົບພະຍົກຜູ້ຄົນໄດ້ທັນເວລາກ່ອນທີ່ຈະເກີດເຫດຮຸນແຮງເຊັ່ນ: ຄື່ນຍັກສຶນະມິທີ່ຕາມມານັ້ນ. ນອກຈາກນີ້, ລະບົບການເຕື່ອນໄພໃນປະເທດຍີ່ປຸ່ນຍັງສະດວກ ແລະ ວ່ອງໄຫວ ໂດຍເພີ່ນໄດ້ແບ່ງອອກເປັນ 4 ຊ່ອງທາງຄື:
1. ເຕື່ອນໄພຜ່ານໂທລະສັບມືຖື: ໂທລະສັບລຸ້ນໃຫມ່ແຕ່ປີ 2007 ທຸກເຄື່ອງແມ່ນຈະມີລະບົບເຕື່ອນໄພໂດຍອັດຕະໂນມັດ, ເມື່ອຂໍ້ມູນເຕື່ອນໄພຖືກສົ່ງເຖິງຜູ້ໃຫ້ບໍລິການກໍຈະສົ່ງຂໍ້ຄວາມ ແລະ ສັນຍານເຕື່ອນມາທີ່ມືຖື,ເຖິງວ່າໂທລະສັບຈະປິດເຄື່ອງຢູ່ກໍຕາມ,ໂທລະສັບກໍຈະດັງຂື້ນເອງ ແລະ ກໍບໍ່ມີຄ່າບໍລິການໃດໆທັ່ງນັ້ນ.
2. ເຕື່ອນໄພຜ່ານທາງວິທະຍຸ: ລະບົບການເຕື່ອນໄພຜ່ານວິທະຍຸ ເຊິງມັນຈະສົ່ງຄື່ນ FM ແບບພິເສດຈາກສະຖານີວິທະຍຸ, ຖ້າເຄື່ອງວິທະຍຸນັ້ນເປີດ ຫລື ປິດຢູ່ ມັນກໍຈະມີການປະກາດເຕື່ອນໄພດັງຂື້ນເອງໂດຍອັດຕະໂນມັດເຊັ່ນດຽວກັບໂທລະສັບມືຖື.
3. ເຕື່ອນຜ່ານທາງໂທລະທັດ: ເປັນວິທີທີ່ດີທີ່ສຸດ ແລະ ເຂົ້າເຖິງປະຊາຊົນໄດ້ຫລາຍທີ່ສຸດ ໂດຍຂໍ້ມູນຈາກກົມອຸຕຸນິຍົມວິທະຍາຈະສົ່ງໄປໃຫ້ສະຖານີໂທລະທັດ ແລະ ນຳໄປສະແດງຜົນໂດຍອັດຕະໂນມັດ ເຊັ່ນວ່າ: ຖ້າແມ່ນແຜ່ນດິນໄຫວຄ່ອຍໆ ມັນກໍຈະມີແຕ່ຂໍ້ຄວາມແຈ້ງເຕື່ອນບອກວ່າມີແຜ່ນດິນໄຫວລະດັບຊຳນີ້ຊຳນັ້ນ. ແຕ່ຖ້າແມ່ນແຜ່ນດິນໄຫວແຮງ ມັນກໍຈະແຈ້ງເຕື່ອນ ພ້ອມທັງບອກຂໍ້ມູນລາຍງານຈຸດເກີດເຫດ ແລະ ສຽງເຕື່ອນ ໂດຍບໍ່ໄດ້ສົນໃຈວ່າເປັນຊ່ວງໃດ ຫລື ລາຍການໃດກໍຕາມ.
4. ເຕື່ອນຜ່ານອິນເຕີເນັດ: ລະບົບນີ້ຍັງບໍ່ແຜ່ຫລາຍ ແລະ ມີຄ່າບໍລິການປະມານເດືອນລະ 300 ເຢັນ ,ໂດຍຄອມພິວເຕີຈະປະມວນຈຸດເກີດເຫດ ແລະ ສົ່ງຂໍ້ມູນຈາກເຄື່ອງSoftware ໄປຫາSoftwareທີ່ໃກ້ຄ້ຽງ ຈາກນັ້ນຂໍ້ມູນສະແດງການສັ່ນໄຫວກໍຈະຂື້ນທັນຂອງແຕ່ລະສະຖານທີ່ທີ່ໃຫ້ຜູ້ໃຊ້ໄດ້ຮັບຮູ້.
No comments:
Post a Comment