ທ່ານ ເລຂາທິການໃຫຍ່ ອາຊຽນແມ່ນໄດ້ຮັບການແຕ່ງຕັ້ງຈາກກອງປະຊຸມສຸດຍອດອາຊຽນ,ໂດຍມີວາລະດຳລົງຕຳແຫນ່ງໄລຍະເວລາ 5 ປີ (ບໍ່ສາມາດຕໍ່ອີກສະໄຫມ). ເຊິງໄດ້ຮັບເລືອກຕັ້ງຈາກບັນດາປະເທດສະມາຊິກອາຊຽນ,ໂດຍອີງຕາມການຫມູນວຽນຂອງຕົວອັກສອນພາສາອັງກິດ.
ບັນດາລາຍຊື່ ທ່ານ ເລຂາທິການໃຫຍ່ອາຊຽນນັບແຕ່ອາຊຽນຖືກສ້າງຕັ້ງ ຫາ ປັດຈຸບັນນີ້ມີດັງລຸ່ມນີ້:
14. ທ່ານ Dato Lim Jock Hoi ມາຈາກ ປະເທດ ບຣູໄນ ດາຣູສະລຣາມ

ດຳລົງຕຳແຫນ່ງວັນທີ 1 ມັງກອນ ປີ 2018 ຫາ ປັດຈຸບັນ (ຈະດຳລົງຕຳແຫນ່ງຮອດ ປີ 2022)
13. ທ່ານ Le Luong Minh ມາຈາກ ປະເທດ ຫວຽດນາມ
ດຳລົງຕຳແຫນ່ງວັນທີ 1 ມັງກອນ ປີ 2013 ຫາ ວັນທີ 31 ທັນວາ ປີ 2017
12. ທ່ານ Dr. SURIN PITSUWAN ມາຈາກ ປະເທດ ໄທ
ດຳລົງຕຳແຫນ່ງວັນທີ 1 ມັງກອນ ປີ 2008 ຫາ ວັນທີ 31 ທັນວາ ປີ 2012
11. ທ່ານ ONG KENG YONG ມາຈາກປະເທດ ສິງກະໂປ

ດຳລົງຕຳແຫນ່ງວັນທີ 1 ມັງກອນ ປີ 2003 ຫາ ວັນທີ 31 ທັນວາ ປີ 2007
10. ທ່ານ RODOLFO C. SEVERINO JR ມາຈາກ ປະເທດ ຟິລິບປີນ
ດຳລົງຕຳແຫນ່ງວັນທີ 1 ມັງກອນ ປີ 1998 ຫາ ວັນທີ 31 ທັນວາ ປີ 2002
9. ທ່ານ DATO AJIT SINGH ມາຈາກປະເທດ ມາເລເຊຍ

ດຳລົງຕຳແຫນ່ງວັນທີ 1 ມັງກອນ ປີ 1993 ຫາ ວັນທີ 31 ທັນວາ ປີ 1997
8. ທ່ານ RUSLI NOOR ມາຈາກ ປະເທດ ອິນໂດເນເຊຍ

ດຳລົງຕຳແຫນ່ງວັນທີ 17 ກໍລະກົດ ປີ 1989 ຫາ ວັນທີ 1 ມັງກອນ ປີ 1993
7. ທ່ານ RODERICK YONG ມາຈາກ ປະເທດ ບຣູໄນ ດາຣູສາລຣາມ

ດຳລົງຕຳແຫນ່ງວັນທີ 16 ກໍລະກົດ ປີ 1986 ຫາ ວັນທີ 16 ກໍລະກົດ ປີ 1989
6. ທ່ານ PHAN WANNAMETHEE ມາຈາກປະເທດ ໄທ

ດຳລົງຕຳແຫນ່ງວັນທີ 16 ກໍລະກົດ ປີ 1984 ຫາ ວັນທີ 15 ກໍລະກົດ ປີ 1986
5. ທ່ານ CHAN KAI YAU ມາຈາກ ປະເທດ ສິງກະໂປ

ດຳລົງຕຳແຫນ່ງວັນທີ 18 ກໍລະກົດ ປີ 1982 ຫາ ວັນທີ 15 ກໍລະກົດ ປີ 1984
4. ທ່ານ NARCISO G. REYES ມາຈາກ ປະເທດ ຟີລິບປິນ

ວັນທີ 1 ກໍລະກົດ ປີ 1980 ຫາ ວັນທີ 1 ກໍລະກົດ ປີ 1982
3. ທ່ານ DATUK ALI BIN ABDULLAH ມາຈາກປະເທດ ມາເລເຊຍ

ດຳລົງຕຳແຫນ່ງວັນທີ 10 ກໍລະກົດ ປີ 1978 ຫາ ວັນທີ 30 ມິຖຸນາ ປີ 1980
2. ທ່ານ UMARJADI NOTOWIJONO ມາຈາກປະເທດ ອິນໂດເນເຊຍ

ດຳລົງຕຳແຫນ່ງວັນທີ 19 ກຸມພາ ປີ 1978 ຫາ ວັນທີ 30 ມິຖຸນາ ປີ 1978
1. ທ່ານ H.R DHARSONO ມາຈາກປະເທດ ອິນໂດເນເຊຍ

ດຳລົງຕຳແຫນ່ງວັນທີ 7 ມິຖຸນາ ປີ 1976 ຫາ ວັນທີ 18 ກຸມພາ ປີ 1978
Source: https://asean.org/asean/asean-secretariat/former-secretaries-general-of-asean/
No comments:
Post a Comment