Saturday, October 6, 2018

ເຫດຜົນທີ່ເຮັດໃຫ້ນັກຮຽນເດັກນ້ອຍຍີ່ປຸ່ນແຕກຕ່າງຈາກປະເທດອື່ນ

4 ເຫດຜົນທີ່ເຮັດໃຫ້ນັກຮຽນເດັກນ້ອຍຍີ່ປຸ່ນແຕກຕ່າງຈາກປະເທດອື່ນ
1. ຄຸນສົມບັດທີ່ດີຕ້ອງມາກ່ອນຄວາມຮູ້
ລະບົບການສຶກສາໃນປະເທດຍີ່ປຸ່ນຈະມີການສອນໃຫ້ເດັກນ້ອຍຮູ້ຈັກເຄົາລົບຜູ້ອື່ນ,ມີຄວາມເປັນມິດທີ່ດີຕໍ່ສິ່ງແວດລ້ອມ,ການຮູ້ຈັກຄວາມຮັບຜິດຊອບດ້ວຍຕົນເອງຈາກເລື່ອງໜ້ອຍໆ ແລະ ຍັງສອນໃຫ້ຮູ້ຈັກກັບຄວາມຍຸຕິທຳອີກດ້ວຍ.
2. ໂຮງຮຽນສ່ວນໃຫຍ່ຈະບໍ່ມີແມ່ບ້ານອະນາໄມ້ປະຈຳຢູ່
ນັກຮຽນທຸກຄົນຈະຕ້ອງຊ່ວຍກັນທຳຄວາມສະອາດຫ້ອງຮຽນ, ຫ້ອງອາຫານ ແລະ ຫ້ອງນ້ຳ, ໂດຍມີການແບ່ງກຸ່ມປ່ຽນກັນເຮັດ. ເພາະເຊື່ອວ່າ ວິທີນີ້ຈະສາມາດຊ່ວຍສອນໃຫ້ນັກຮຽນຮູ້ຈັກການເຮັດວຽກຮ່ວມກັບຜູ້ອື່ນ ແລະ ຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ.
3. ນັກຮຽນທຸກຄົນຈະຕ້ອງກິນເຂົ້າສວຍພ້ອມກັນຢູ່ໃນໂຮງຮຽນ
ລັດຖະບານຈະເລັ່ງເຫັນຄວາມສຳຄັນດ້ານສຸຂະພາບດ້ວຍການເຮັດອາຫານສວຍໃຫ້ຄົບ 5 ໝວດຫມູ່ສຳລັບນັກຮຽນ,ນັກຮຽນທຸກຄົນຈະຕ້ອງໄດ້ກິນເຂົ້າຮ່ວມກັນພ້ອມທັ່ງຄູ ແລະ ອາຈານປະຈໍາຫ້ອງຮຽນ. ນີ້ຄືຄຸນແຈສຳຄັນທີ່ຊ່ວຍເຮັດໃຫ້ນັກຮຽນ ແລະ ຄູມີຄວາມສຳພັນທີ່ດີຕໍ່ກັນ
4. ໂຮງຮຽນຍີ່ປຸ່ນມີກົດໃຫ້ນັກຮຽນໄປໂຮງຮຽນດ້ວຍຕົນເອງ
ໂຮງຮຽນສ່ວນຫລາຍບັງຄັບໃຫ້ນັກຮຽນຕ້ອງໄປໂຮງຮຽນດ້ວຍຕົນເອງ,ບໍ່ວ່າຈະມີຖານະແນວໃດກໍຕາມ, ສ່ວນປະໂຫຍດທີ່ໄດ້ຮັບກໍຄື ຫຼຸດຜ່ອນບັນຫາຈາລະຈອນຕິດຄັດ, ສອນໃຫ້ເດັກນ້ອຍຮັບຜິດຊອບຕົນເອງ,ແບ່ງເບົ່າພາລະຫນ້າທີ່ຜູ້ປົກຄອງ,ແຖມຍັງເປັນການສົ່ງເສີ່ມໃຫ້ເດັກນ້ອຍໃນແຕ່ລະເຂດດຽວກັນຮູ້ຈັກ ແລະ ຈື່ກັນອີກດ້ວຍ.

                                 cr photo: google

No comments:

Post a Comment

ເວັບໄຊທາງການຂອງອາຊຽນ (ASEAN)

ເວັບໄຊທາງການຂອງອາຊຽນ (ASEAN)ທີ່ຄວນຮູ້ໄວ້ເພື່ອເຂົ້າໄປຕິດຕາມການເຄືອນໄຫວ ຫຼື ຊອກຄົ້ນຫາຂໍ້ມູນຕ່າງໆກ່ຽວອາຊຽນ. https://asean.org/