Saturday, October 20, 2018

ກອງປະຊຸມສຸດຍອດອາຊີ-ເອີລົບ Asia-Europe Meeting (ASEM)




ປະຫວັດຄວາມເປັນມາ "ກອງປະຊຸມສຸດຍອດອາຊີ-ເອີລົບ".
ກອງປະຊຸມສຸດຍອດອາຊີ-ເອີລົບເປັນກອງປະຊຸມລະຫວ່າງປະເທດທີ່ໄດ້ສ້າງຕັ້ງໃນປີ 1996 ເພື່ອເພີ່ມທະວີການຮ່ວມມືຄູ່ກັນລະຫວ່າງທະວີບອາຊີກັບທະວີບເອີລົບ.ປັດຈຸບັນປະກອບມີ 53 ຄູ່ຮ່ວມມື ຄື: ຈາກພາກພື້ນເອີລົບມີ 30 ປະເທດສະມາຊິກ, ຈາກພາກພື້ນອາຊີມີ 21 ປະເທດສະມາຊິກ ແລະ 2 ອົງການຈັດຕັ້ງສາກົນມີ ສະຫະພາບເອີລົບ ແລະ ເລຂາທິການອາຊຽນ. ກອງປະຊຸມອາຊີ-ເອີລົບໄດ້ມີການຮ່ວມມືກັນໃນຫລາຍຂົງເຂດທາງດ້ານການເມືອງ,ເສດຖະກິດ, ການເງິນ,ວັດທະນາທຳ-ສັງຄົມ, ການສຶກສາ ແລະ ບັນຫາທີ່ມີຄວາມສົນໃຈຮ່ວມກັນ,ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ເຄົາລົບເຊິງກັນ ແລະ ກັນຢ່າງເທົ່າທຽມກັນ.
ໃນເບື້ອງຕົ້ນຄູ່ຮ່ວມມືກອງປະຊຸມອາຊີ-ເອີລົບໃນປີ 1996 ປະກອບ 15 ປະເທດສະຫະພາບເອີລົບ ກັບ 7 ປະເທດສະມາຊິກອາຊຽນ, ບວກກັບ ສປ.ຈີນ,ເກົາຫລີໃຕ້ ແລະ ຄະນະກຳມະການສະຫະພາບເອີລົບ.
ກອງປະຊຸມສຸດຍອດອາຊີ-ເອີລົບແມ່ນໄດ້ຈັດກອງປະຊຸມສອງປີຕໍ່ຫນຶ່ງຄັ້ງ ເຊິງຈະປະກອບມີປະມຸກລັດ,ຄະນະລັດຖະບານ,ປະທານສະພາສະຫະພາບເອີລົບ,ປະທານຄະນະກຳມະການເອີລົບ ແລະ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມນຳ.
(In English)
Overview of ASEM
The Asia-Europe Meeting (ASEM) is an intergovernmental process established in 1996 to foster dialogue and cooperation between Asia and Europe. Presently it comprises 53 partners: 30 European and 21 Asian countries, the European Union and the ASEAN Secretariat. ASEM addresses political, economic, financial, social, cultural, and educational issues of common interest, in a spirit of mutual respect and equal partnership.
The initial ASEM partnership in 1996 consisted of 15 EU member states and 7 ASEAN member states plus China, Japan, Korea and the European Commission.
The ASEM Summit is a biennial meeting between the Heads of State and Government, the President of the European Council, the President of the European Commission, and the Secretary-General of the Association of Southeast Asian Nations (ASEAN).

ກອງປະຊຸມສຸດຍອດອາຊີ-ເອີລົບແຕ່ລະຄັ້ງນັບແຕ່ສ້າງຕັ້ງຂື້ນຫາປັດຈຸບັນນີ້.
ກອງປະຊຸມສຸດຍອດອາຊີ-ເອີລົບຈັດຂື້ນທຸກໆສອງປີ ແລະ ຈະມີບັນດາປະມຸກລັດຂອງປະເທດສະມາຊິກ,ຕົວແທນຄະນະລັດຖະບານຂອງສະມາຊິກ ແລະ ອົງການສາກົນເຂົ້າຮ່ວມ:

13. ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງ 13 ຈະຈັດຂື້ນໃນ ປີ 2020 ,ຢູ່ທີ ນະຄອນ ພະນົມເປັນ, ປະເທດ ກຳປູເຈຍ.

12. ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງ 12 ຈັດຂື້ນໃນ ວັນທີ 18 ຫາ ວັນທີ 19 ຕຸລາ ປີ 2018 ,ຢູ່ທີ ນະຄອນ ບຣູແຊວ, ປະເທດ ເບຣຍຽມ.
ຄຳຖະແຫຼງການຂອງປະທານກອງປະຊຸມ:https://d333mq0i40sk06.cloudfront.net/documents/ASEM12-Chairs-Statement.pdf
11. ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງ 11 ຈັດຂື້ນໃນ ວັນທີ 15 ຫາ ວັນທີ 16 ກໍລະກົດ ປີ 2016 ,ຢູ່ທີ ນະຄອນ ອຸລານບາຕາ, ປະເທດ ມົງໂກນ.
ຄຳຖະແຫຼງການຂອງປະທານກອງປະຊຸມ:https://d333mq0i40sk06.cloudfront.net/documents/Chairs-Statement-ASEM11-adopted_7JaJqc3.pdf
10. ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງ 10 ຈັດຂື້ນໃນ ວັນທີ 16 ຫາ ວັນທີ 17 ຕຸລາ ປີ 2014 ,ຢູ່ທີ ເມືອງ ມີລັນ, ປະເທດ ອີຕາລີ.
ຄຳຖະແຫຼງການຂອງປະທານກອງປະຊຸມ:https://d333mq0i40sk06.cloudfront.net/documents/2014_-_ASEM10_-_Chair_Statement_TCkIMFK.pdf
9. ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງ 9 ຈັດຂື້ນໃນ ວັນທີ 5 ຫາ ວັນທີ 6 ພະຈິກ ປີ 2012 ,ຢູ່ທີ ນະຄອນ ຫຼວງວຽງຈັນ, ປະເທດ ລາວ.
ຄຳຖະແຫຼງການຂອງປະທານກອງປະຊຸມ:https://d333mq0i40sk06.cloudfront.net/documents/2012_-_ASEM9_-_Chairmans_Statement_and_Annexes_fcYApv7.pdf
8. ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງ 8 ຈັດຂື້ນໃນ ວັນທີ 4 ຫາ ວັນທີ 5 ຕຸລາ ປີ 2010 ,ຢູ່ທີ ນະຄອນ ບຣູແຊວ, ປະເທດ ເບຣຍຽມ.
ຄຳຖະແຫຼງການຂອງປະທານກອງປະຊຸມ:https://d333mq0i40sk06.cloudfront.net/documents/2010_-_ASEM8_-_Chairmans_Statement_b5L0IuY.pdf
7. ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງ 7 ຈັດຂື້ນໃນ ວັນທີ 24 ຫາ ວັນທີ 25 ຕຸລາ ປີ 2008 ,ຢູ່ທີ ນະຄອນ ປັກກິງ, ປະເທດ ຈີນ.
ຄຳຖະແຫຼງການຂອງປະທານກອງປະຊຸມ:https://d333mq0i40sk06.cloudfront.net/documents/ASEM7_Chair-Statement_VbB4THi.pdf
6. ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງ 6 ຈັດຂື້ນໃນ ວັນທີ 10 ຫາ ວັນທີ 11 ກັນຍາ ປີ 2006 ,ຢູ່ທີ ເມືອງ ເຮວສິນກິ, ປະເທດ ຟິນແລນ.
ຄຳຖະແຫຼງການຂອງປະທານກອງປະຊຸມ:https://d333mq0i40sk06.cloudfront.net/documents/060911_ChairmanStatement_NlgVls2.pdf
5. ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງ 5 ຈັດຂື້ນໃນ ວັນທີ 8 ຫາ ວັນທີ 9 ຕຸລາ ປີ 2004 ,ຢູ່ທີ ນະຄອນ ຮ່າໂນຍ, ປະເທດ ຫວຽດນາມ.
ຄຳຖະແຫຼງການຂອງປະທານກອງປະຊຸມ:https://d333mq0i40sk06.cloudfront.net/documents/chairmans_statement_asem_5_maSnanK.pdf
4. ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງ 4 ຈັດຂື້ນໃນ ວັນທີ 22 ຫາ ວັນທີ 24 ກັນຍາ ປີ 2002 ,ຢູ່ທີ ນະຄອນ ໂຄເປນຮາເກັນ, ປະເທດ ແດນມາກ.
ຄຳຖະແຫຼງການຂອງປະທານກອງປະຊຸມ:https://d333mq0i40sk06.cloudfront.net/documents/2002_-_ASEM4_-_Chairmans_Statement_1_3um63jd.pdf
3. ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງ 3 ຈັດຂື້ນໃນ ວັນທີ 20 ຫາ ວັນທີ 21 ຕຸລາ ປີ 2000 ,ຢູ່ທີ ນະຄອນ ກຸງໂຊ, ປະເທດ ເກົາຫລີໃຕ້.
ຄຳຖະແຫຼງການຂອງປະທານກອງປະຊຸມ:https://d333mq0i40sk06.cloudfront.net/documents/2000_-_ASEM3_-_Chair_Statement_Un1juFj.pdf
2. ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງ 2 ຈັດຂື້ນໃນ ວັນທີ 3 ຫາ ວັນທີ 4 ເມສາ ປີ 1998 ,ຢູ່ທີ ນະຄອນ ລອນດອນ, ປະເທດ ລາດຊະອານະຈັກ ອັງກິດ.
ຄຳຖະແຫຼງການຂອງປະທານກອງປະຊຸມ: https://d333mq0i40sk06.cloudfront.net/documents/1998_-_ASEM2_-_Chair_Statement_fZiHTGh.pdf
1. ກອງປະຊຸມສຸດຍອດອາຊີ-ເອີລົບ ຄັ້ງ 1 ຈັດຂື້ນໃນ ວັນທີ 1 ຫາ ວັນທີ 2  ມີນາ  ປີ 1996 ,ຢູ່ທີ ນະຄອນ ບາງກອກ, ປະເທດ ໄທ.
ຄຳຖະແຫຼງການຂອງປະທານກອງປະຊຸມ: https://d333mq0i40sk06.cloudfront.net/documents/1996_-_ASEM1_-_Chair_Statement_Svhj1Gx.pdf





Source: https://www.aseminfoboard.org/

No comments:

Post a Comment

ເວັບໄຊທາງການຂອງອາຊຽນ (ASEAN)

ເວັບໄຊທາງການຂອງອາຊຽນ (ASEAN)ທີ່ຄວນຮູ້ໄວ້ເພື່ອເຂົ້າໄປຕິດຕາມການເຄືອນໄຫວ ຫຼື ຊອກຄົ້ນຫາຂໍ້ມູນຕ່າງໆກ່ຽວອາຊຽນ. https://asean.org/