Tuesday, October 2, 2018

ຍຸດທະສາດ​ Marshall Plan​ (ພາຍຫຼັງສົງຄາມໂລກຄັ້ງ2ໄດ້ສິ້ນສຸດລົງ)​ຂອງ​ສະ​ຫະລັດ ແລະ ​ຫນຶ່ງແລວທາງ​ຫນຶ່ງເສັ້ນທາງ One Belt, One Road ໃນເວລານີ້ຂອງຈີນ

ມາເບິ່ງແຜນຍຸດທະສາດMarshall Plan ຂອງ​ສະຫະລັດ ໃນ​ເວລານັ້ນ​ ກັບ​ຍຸດທະສາດ​ ຫນຶ່ງແລວທາງ​ ຫ​ນຶ່ງ​ເສັ້ນທາງ​ (One​Belt, One Road)ໃນປັດຈຸບັນ​ນີ້ຂອງຈີນ ມີຄວາມຄາຍຄືກັນ!?​.​ວ່າບໍ່?​
1. ຂໍ້ລີເລີ່ມ​"ແຜນການ​ມາຣແຊວ໌(Marshall Plan)" ເປັນນະໂຍບາຍການຕ່າງປະເທດຂອງສະຫະລັດທີ່ນຳໃຊ້ໃນຊ່ວງພາຍຫລັງສົງຄາມໂລກຄັ້ງ2ໄດ້ສິ້ນສຸດລົງ(ເປົ້າຫມາຍແນ່ໃສ່​ແລະ​ ຟື້ນຟູ ເສດຖະກິດຂອງເອີລົບຕາເວັນຕົກພາຍຫລັງສົງຄາມໄດ້ສິ້ນສຸດລົງ​ ແລະ​ ໃນຊ່ວງທີ່ມີຄວາມຂັດແຍ້ງລະຫວ່າງເອີລົບຕາເວັນອອກ ກັບເອີລົບຕາເວັນຕົກ ກໍຄື​ອາດິດສະຫະພາບໂຊວຽດ​  ແລະແລ້ວ ສົງຄາມເຢັນລະຫວ່າງ ສະຫະລັດກັບອາດີດສະຫະພາບໂຊວຽດກໍໄດ້ເກີດຂື້ນໃນຊວງນັ້ນ.​ດັ່ງນັ້ນສະຫະລັດຈຶງມີບົດບາດສຳຄັນໃນຕາເວັນອອກກາງ ແລະ​ ເອີລົບໃນເວລານັ້ນຈົນຮອດທຸກມື້ນີ້.​





2. ຂໍ້ລີເລີ່ມ​"ຫນຶ່ງແລວທາງ​ຫນຶ່ງເສັ້ນທາງ(One Belt, One  Road " ເປັນຍຸດທະສາດການຕ່າງປະເທດຂອງສ.​ປ​ ຈີນ​ທີ່ຫາກໍເກີດຂື້ນໃນປີ  2013ນີ້ເອງ.​ການຮ່ວມມືສາກົນ “ໜຶ່ງແລວທາງໜຶ່ງເສັ້ນທາງ” ແລະ ຮ່ວມກັນສ້າງປະຊາຄົມ ເຊິ່ງ ຈີນ ຈະໃຫ້ການຊ່ວຍເຫຼືອມູນຄ່າ 60 ຕື້ຢວນ ແກ່ບັນດາປະເທດກໍາລັງພັດທະນາ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ເຂົ້າຮ່ວມຍຸດທະສາດ “ໜຶ່ງ​ແລວ​ທາງ ໜຶ່ງ​​ເສັ້ນທາງ” ເພື່ອໝູນໃຊ້ເຂົ້າໃນການດຳເນີນໂຄງການຕ່າງໆ ໃຫ້ຫຼາຍຂຶ້ນໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ, ຈະໃຫ້ເງິນຈຳນວນ 1 ຕື້ ໂດລາສະຫະລັດ ແກ່ບັນດາອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງຕ່າງໆ ເພື່ອດໍາເນີນໂຄງການຮ່ວມມືທີ່ຈະເປັນປະໂຫຍດ ແກ່ບັນດາປະເທດທີ່ນອນຢູ່ໃນຍຸດທະສາດ​ ແລະ​ ຈະຂະຫຍາຍຂອບການຊ່ວຍເຫຼືອທາງດ້ານການເງິນ.


No comments:

Post a Comment

ເວັບໄຊທາງການຂອງອາຊຽນ (ASEAN)

ເວັບໄຊທາງການຂອງອາຊຽນ (ASEAN)ທີ່ຄວນຮູ້ໄວ້ເພື່ອເຂົ້າໄປຕິດຕາມການເຄືອນໄຫວ ຫຼື ຊອກຄົ້ນຫາຂໍ້ມູນຕ່າງໆກ່ຽວອາຊຽນ. https://asean.org/